ອິດສະຣາແອນ ສ້າງຕັ້ງເຂດທະຫານຄົບວົງຈອນລຽບຕາມຊາຍແດນກັບຊີຣີ


   ອິດສະຣາແອນ ສ້າງຕັ້ງເຂດທະຫານຄົບວົງຈອນລຽບຕາມຊາຍແດນກັບຊີຣີ - ảnh 1
ທະ​ຫານ​ອິດ​ສະ​ຣາ​ແອນ ລາດ​ຕະ​ເວນ​ຕາມ​ຮົ້ວ​ປ້ອງ​ກັນ (AP)

(vovworld)- ວັນ​ທີ 16/6, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຕົວ​ອິດ​ສະ​ຣາ​ແອນ IDF ແຈ້ງ​ໃຫ້​ຊາບ​ວ່າ ໄດ້​ສ້າງ​ຕັ້ງ​ເຂດ​ທະ​ຫານ​ຄົບ​ວົງ​ຈອນ​ລຽບ​ຕາມ​ຊາຍ​ແດນ​ກັບ​ຊີ​ຣີ​ຢູ່​ເຂດ​ພູ​ພຽງ​ໂກ​ລານ. ຕາມ ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຕົວ​ອິດ​ສະ​ຣາ​ແອນ IDF ແລ້ວ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອິດ​ສະ​ຣາ​ແອນ ພວມ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ພ້ອມ​ກັບ​ສະ​ພາບ​ການ​ຜັນ​ແປຢູ່ເຂດ​ພູ​ພຽງ​ໂກ​ລານ, ພ້ອມ​ກັນ​ນັ້ນ, ກໍ​ມີ​ການ​ກະ​ທຳ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຢູ່​ພາກ​ພື້ນນີ້.

 

ຂ່າວ/ບົດ​ອື່ນ