ອິດສະລາແອນແລະອາເມລິກາຈະປຶກສາຫາລືກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ
ທ່ານນາຍົກລັດຖະມົນຕີ Benjamin Netanyahu ແລະ
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry
(ພາບ: Times of Israel)
(vovworld) - ວັນທີ 19/06 ສື່ມວນຊົນ ອິດສະລາແອນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີປະເທດນີ້ Benjamin Netanyahu ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຈະມີການພົບປະຢູ່ ເອີລົບ ໃນອາທິດຈະມາເຖິງ ເພື່ອແນໃສ່ປຶກສາຫາລືດ່ວນ ກ່ຽວກັບວິວັດການເຈລະຈາສັນຕິພາບ ອິດສະລາແອນ ແລະ ປາແລັດສະຕິນ. ອິດສະລາແອນ ສະເໜີມີການພົບປະກັບຝ່າຍ ອາເມລິກາ ພາຍຫລັງຖືກປະລາໄຊໃນການກີດຂວາງຈັດຕັ້ງການປະຊຸມສາກົນກ່ຽວກັບສັນຕິພາບຕາເວັນອອກກາງ ໂດຍ ຝະລັ່ງ ລິເລີ່ມ ເຊິ່ງຈະດຳເນີນໃນລະດູແລ້ງປີນີ້. ການພົບປະລະຫວ່າງ ອິດສະລາແອນ ແລະ ອາເມລິກາ ຄັ້ງນີ້ ໄດ້ຮັບຖືວ່າ ຈະສຸມໃສ່ການປຶກສາຫາລືບັນດາວິທີການ ເພື່ອແນໃສ່ດຳເນີນວິວັດການເຈລະຈາຄືນໃໝ່ກັບ ປາແລັດສະຕິນ, ໂດຍອີງໃສ່ບັນດາພື້ນຖານ ເຊິ່ງອະດີດນາຍົກລັດຖະມົນຕີ ອັງກິດ Tony Blair ແລະ ບັນດາປະເທດ ອາລັບ ພິເສດແມ່ນ ອາຣັບບີ ຊະອຸດິ ແລະ ອີຢີບ ພວມມານະພະຍາຍາມຊຸກຍູ້.