ອິດສະລາແອັນ ຊຸກຍູ້ແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ ເກືອບ 4500 ຫຼັງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(VOVWORLD) - ວັນທີ 15 ພຶດສະພາ, ອົງການບໍ່ຂຶ້ນກັບລັດຖະບານ Peace Now ໃຫ້ຮູ້ວ່າ ອິດສະລາແອັນ ພວມຊຸກຍູ້ບັນດາແຜນການກໍ່ສ້າງເຮືອນ 4.427 ຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຊິ່ງ ປາແລັດສະຕິນພວມຢຶດຄອງ.
ເຂດຕັ້ງຖິ່ນຖານຄົງທີ່ Givat Zeev ຂອງ ອິດສະລາແອັນ (ພາບ: AFP/TTXVN) |
ຕາມ Peace Now ແລ້ວ, ຄະນະກຳມະການແຜນການຂັ້ນສູງ ຂອງກົມພົນລະເຮືອນ ອິດສະລາແອັນ ໄດ້ອະນຸມັດຄັ້ງສຸດທ້າຍແຜນການກໍ່ສ້າງເຮືອນ 2.791 ຫຼັງ ແລະ ຮັບຮອງເອົາຄັ້ງທຳອິດແຜນການຕ່າງໆທີ່ກ່ຽວຂ້ອງເຖິງການກໍ່ສ້າງເຮືອນອີກ 1.636 ຫຼັງ.
ອິດສະລາແອັນ ໄດ້ຢຶດຄອງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem ຕາເວັນອອກ ໃນສົງຄາມປີ 1967 ແລະ ໂຮມເຂົ້າເປັນຜືນແຜ່ນດິນຂອງປະເທດຕົນ ໂດຍແມ່ນການກະທຳທີ່ຖືກປະຊາຄົມສາກົນກ່າວປະນາມ.