ອິດສະລາແອັນ ຍູ້ແຮງແຜນການເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ
(VOVWORLD) -ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງບໍ່ທັນແມ່ນຂັ້ນຕອນສຸດທ້າຍ ຍ້ອນວ່າວິວັດທະນາການຮັບຮອງເອົາ ບັນດາແຜນການກໍ່ສ້າງນີ້ຕ້ອງຜ່ານການເຮັດລະບຽບການບໍລິຫານຈຳນວນໜຶ່ງ ແລະ ນັບທັງບັນດາສິ່ງທ້າທາຍດ້ານນິຕິກຳ ຈາກບັນດາກຸ່ມຄັດຄ້ານການຢຶດຄອງເຂດດິນແດນດັ່ງກ່າວ.
ເຂດຕັ້ງຖິ່ນຖານຄົງທີ່ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ພາບ: TTXVN) |
ວັນທີ 11 ມັງກອນ, ແຈ້ງການຈາກຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໄດ້ຊີ້ແຈ້ງວ່າ ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ມີຄຳສັ່ງ “ຍູ້ແຮງບັນດາແຜນການກໍ່ສ້າງເຮືອນ 800 ຫຼັງ ຢູ່ເຂດຕັ້ງຖິ່ນຖານຄົງ ໃຫ້ແກ່ຊາວຢິວ ຢູ່ Judea ແລະ Samaria”. ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຍັງບໍ່ທັນແມ່ນຂັ້ນຕອນສຸດທ້າຍ ຍ້ອນວ່າວິວັດທະນາການຮັບຮອງເອົາ ບັນດາແຜນການກໍ່ສ້າງນີ້ຕ້ອງຜ່ານການເຮັດລະບຽບການບໍລິຫານຈຳນວນໜຶ່ງ ແລະ ນັບທັງບັນດາສິ່ງທ້າທາຍດ້ານນິຕິກຳ ຈາກບັນດາກຸ່ມຄັດຄ້ານການຢຶດຄອງເຂດດິນແດນດັ່ງກ່າວ.
ຄຳສັ່ງໃໝ່ຂອງທ່ານ Netanyahu ຖືກຍົກອອກມາກ່ອນທີ່ທ່ານ ປະທານາທິບໍດີ Donald Trump ໝົດອາຍຸການພຽງ 2,3ວັນ. ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Doand Trump ໄດ້ມີບັນດາບາດກ້າວທີ່ຍັງບໍ່ເຄີຍມີມາກ່ອນ ເພື່ອສະແດງໃຫ້ເຫັນການສະໜັບສະໜູນບັນດາກຸ່ມຜູ້ຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.