ອິດສະລາແອັນ ທົດລອງລະບົບປ້ອງກັນລູກສອນໄຟ Arrow-3

(VOVWORLD) - ລະບົບປ້ອງກັນລູກສອນໄຟ Arrow-3 ໂດຍອິດສະລາແອັນ ແລະ ອາເມລິກາ ສົມທົບກັນພັດທະນາ ໄດ້ຍິງສະກັດກັ້ນລູກສອນໄຟນຳວິຖີຢູ່ນອກຊັ້ນບັນຍາກາດສຳເລັດຜົນໃນຄັ້ງຍິງທົດລອງວັນທີ 28 ກໍລະກົດ ຈາກລະບົບໜ່ວຍງານປະສົມຄົ້ນຄວ້າອາວະກາດ ປາຊີຟິກ - Alaska (PSCA) ຢູ່ Kodiak, Alaska. ນີ້ແມ່ນແຈ້ງການໂດຍທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ຍົກອອກມາໃນວັນທີ 28 ກໍລະກົດ.

 ໜ່ວຍງານດັ່ງກ່າວໄດ້ປະຕິບັດສຳເລັດບັນດາການທົດລອງຍິງສະກັດກັ້ນບັນດາປະເພດລູກສອນໄຟຢູ່ນອກຊັ້ນບັນຍາກາດ. ກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ຍົກອອກສາຍເຫດທີ່ຈັດຕັ້ງບັນດາການທົດລອງຢູ່ Alaska, ຫ່າງຈາກ ອິດສະລາແອັນ ນັບຫລາຍພັນກິໂລແມັດ ແມ່ນເພື່ອກວດກາບັນດາຄວາມສາມາດຂອງລະບົບປ້ອງກັນໃໝ່ເຊິ່ງຮັບມືກັບບໍ່ວ່າສິ່ງທ້າທາຍໃດໆຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ