ອີຕາລີ:ລັດຖະບານຂອງ ນາຍົກລັດຖະມົນຕີ Letta ຜ່ານການປ່ອນບັດໄວ້ວາງໃຈ
ທ່ານນາຍົກລັດຖະມົນຕີ ອີຕາລີ Enrico Letta
(ພາບ: AFP)
(vovworld) – ວັນທີ 2/10, ດ້ວຍ 235 ບັດເຫັນດີ, 70 ບັດຄ້ານ ແລະ 2 ບັດຂາວ, ລັດຖະບານພັນທະມິດຂວາຊ້າຍຂອງທ່ານນາຍົກລັດຖະມົນຕີ ອີຕາລີ Enrico Letta ໄດ້ຜ່ານການປ່ອນບັດໄວ້ວາງໃຈຢູ່ສະພາສູງລວມມີ 321 ທີ່ນັ່ງຢ່າງງ່າຍດາຍ. ເລື່ອງລັດຖະບານ ອີຕາລີ ຜ່ານການປ່ອນບັດເລືອກຕັ້ງດັ່ງກ່າວແມ່ນຍ້ອນມີການປ່ຽນແປງຫຼັກໝັ້ນຢ່າງກະທັນຫັນຂອງທ່ານອະດີດນາຍົກລັດຖະມົນຕີ Silvio Berlusconi ເມື່ອຖະແຫຼງວ່າພັກປະຊາຊົນເສລີ (PDL) ໂດຍທ່ານນຳໜ້າຈະສະໜັບສະໜູນລັດຖະບານ. ດ້ວຍໝາກຜົນດັ່ງກ່າວ, ອີຕາລີ ຈະຫຼີກລ້ຽງໄດ້ວິກິດການລັດຖະບານຢ່າງຮ້າຍແຮງ ແລະ ໄພຈະຕ້ອງຈັດຕັ້ງການເລືອກຕັ້ງຄັ້ງໃຫຍ່ກ່ອນກຳນົດເວລາພາຍຫຼັງທີ່ທ່ານ Berlusconi ໄດ້ອອກຄຳສັ່ງໃຫ້ລັດຖະມົນຕີ 5 ທ່ານທີ່ຂຶ້ນກັບຝ່າຍກາງຊ້າຍຖອນອອກຈາກຄະນະລັດຖະບານໃນວັນທີ 28/9.
ແລະກໍ່ໃນວັນດຽວກັນ, ລັດຖະບານພັນທະມິດຂວາຊ້າຍ ຂອງນາຍົກລັດຖະມົນຕີ ອີຕາລີ Enrico Letta ສືບຕໍ່ຜ່ານການປ່ອນບັດເລືອກຕັ້ງໄວ້ວາງໃຈທີ່ສະພາຕຳ່ ດ້ວຍ 435 ບັດສະໜັບສະໜູນລັດຖະບານ. ດັ່ງນັ້ນ, ດ້ວຍໄຊຊະນະຢູ່ທັງສະພາສູງ ແລະ ສະພາຕຳ່, ລັດຖະບານພັນທະມິດຂອງທ່ານນາຍົກລັດຖະມົນຕີ Letta ປະຈຸບັນໄດ້ຮັບການປັບປຸງຄືນໃໝ່ຢ່າງໝັ້ນຄົງ.