ອິນເດຍວາງແຜນການສ້າງຮົ້ວເລເຊີລຽບຕາມເສັ້ນຊາຍແດນຕິດກັບປາກິດສະຖານ
(ພາບປະກອບ: AFP)
(vovworld) – ວັນທີ 19/01, ອິນໂດຍ ມີແຜນການສ້າງຮົ້ວເລເຊີ ລຽບຕາມເຂດທີ່ມີຄວາມສະດຸ້ງໄວຢູ່ເຂດຊາຍແດນຕິດກັບປາກິດສະຖານ ພາຍຫຼັງການບຸກໂຈມຕີທີ່ນອງເລືອດ ແນໃສ່ຖານທີ່ໝັ້ນກອງທັບອາກາດຂອງອິນເດຍ ເມື່ອຕົ້ນເດືອນ 01/2016. ອິນເດຍ ຈະນຳໃຊ້ເຕັກໂນໂລຊີກຳແພງເລເຊີ ໂດຍກຳລັງປ້ອງກັນຄວາມສະຫງົບເຂດຊາຍແດນອິນເດຍ ພັດທະນາ ຢູ່ທຸກເຂດແຄມແມ່ນ້ຳ ແລະ ບັນດາເຂດທີ່ຍັງບໍ່ທັນມີຮົ້ວຢູ່ລັດ Punjab, ທາງທິດຕາເວັນອອກສ່ຽງເໜືອອິນເດຍ, ລຽບຕາມເສັ້ນຊາຍແດນທີ່ຕິດກັບປາກິດສະຖານ. ຮົ້ວເລເຊີ ກໍ່ໄດ້ຮັບການຕິດຕັ້ງລຽບຕາມເສັ້ນຊາຍແດນຕິດກັບເຂດ Kashmir ທີ່ມີການຂັດແຍ້ງກັນກັບປາກິດສະຖານ. ການກະທຳດັ່ງກ່າວຖືກຍົກອອກມາພາຍຫຼັງເກີດເຫດບຸກໂຈມຕີທີ່ນອງເລືອດເມື່ອວັນທີ 02/01 ຜ່ານມາ ເພື່ອເລັ່ງໃສ່ຖານທີ່ໝັ້ນກອງທັບອາກາດຢູ່ Pathankot, ລັດ Punjab, ເຊິ່ງເຮັດໃຫ້ 7 ຄົນເສຍຊີວິດ.