ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາກະກຽມດຳເນີນການພົບປະສົນທະນາສາມຝ່າຍ
ທ່ານ Robert Blake ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ
. (ພາບ: AFP/TTXVN)
|
(vovworld) - ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາຈະດຳເນີນການພົບປະສົນທະນາສາມຝ່າຍໃນວັນທີ 29/10 ຢູ່ ນະຄອນຫລວງ New Delhi ເພື່ອປຶກສາຫາລືບັນດາບັນຫາພາກພື້ນກໍຄືສິ່ງທ້າທາຍທົ່ວໂລກ. ທີ່ການພົບປະສົນທະນາ, ບັນດາຝ່າຍຄາດວ່າຈະປຶກສາຫາລືກ່ຽວກັບໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ພິເສດແມ່ນຄວາມໝັ້ນຄົງການເດີນທະເລ ແລະ ແບ່ງປັນທັດສະນະກ່ຽວກັບຈີນ. ນອກນັ້ນ ຍັງສຸມໃສ່ປຶກສາຫາລືບັນດາບັນຫາລະອຽດທີ່ກ່ຽວຂ້ອງເຖິງການຮ່ວມມືຕ້ານຈົນສະລັດ, ບັນຫາພາກພື້ນ, ໃນນັ້ນ ມີບັນຫາອາບການິສະຖານ ແລະ ມ້ຽນມາ. ບັນດາຝ່າຍກໍຈະຄົ້ນຄ້ວາວິທີຮ່ວມມືທີ່ກອງປະຊຸມສຸດຍອດອາຊີຕາເວັນອອກ ຊຶ່ງຈະດຳເນີນໃນເດືອນ 11 ຈະມາເຖິງຢູ່ ກຳປູເຈຍ. ຕາມກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ການພົບປະສົນທະນາ ລະຫວ່າງ ອິນເດຍ, ຍີ່ປຸ່ນ ແລະ ອາເມລິກາ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອກາຍເປັນເວທີປາໄສດຳເນີນການທາບທາມຄຳເຫັນຢ່າງກົງໄປກົງມາ ແລະ ຮອບດ້ານ ລະຫວ່າງສາມປະເທດ ຜ່ານການແບ່ງປັນບັນດາຄຸນຄ່າ ແລະ ຜົນປະໂຫຍດລວມຢູ່ ອາຊີ-ປາຊີຟີກ ແລະ ທົ່ວໂລກ.