ອິນເດຍ, ລັດເຊຍ, ປາກິດສະຖານ ຮຽກຮ້ອງສ້າງຕັ້ງລັດຖະບານຕາງໜ້າ ຢູ່ ອາບການິດສະຖານ
(VOVWORLD) - ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອິນເດຍ, ລັດເຊຍ ແລະ ປາກິດສະຖານ ໄດ້ຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານຕາງໜ້າ ຢູ່ ອາບການິດສະຖານ ແລະ ປົກປ້ອງສິດຂອງແມ່ຍິງ, ພາຍຫຼັງທີ່ກຳລັງ ອິດສະລາມ ຕາລິບານ ຂຶ້ນກຳອຳນາດຢູ່ Kabul ມາເປັນເວລາເກືອບ 2 ປີ.
ແມ່ຍິງຮັບສະບຽງອາຫານຈາກ ອົງການກຸສົນ ໃນເດືອນ Ramadan ຢູ່ ອາບການິດສະຖານ (ພາບ: AFP/TTXVN) |
ວັນທີ 5 ພຶດສະພາ, ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອິນເດຍ, ລັດເຊຍ ແລະ ປາກິດສະຖານ ໄດ້ຮຽກຮ້ອງໃຫ້ສ້າງຕັ້ງລັດຖະບານຕາງໜ້າ ຢູ່ ອາບການິດສະຖານ ແລະ ປົກປ້ອງສິດຂອງແມ່ຍິງ, ພາຍຫຼັງທີ່ກຳລັງ ອິດສະລາມ ຕາລິບານ ຂຶ້ນກຳອຳນາດຢູ່ Kabul ມາເປັນເວລາເກືອບ 2 ປີ. ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອົງການຮ່ວມມື ຊຽງໄຮ (SCO) ຢູ່ ລັດ Goa, ພາກຕາເວັນຕົກ ອິນເດຍ, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S Jaishankar ເນັ້ນໜັກວ່າ: ບຸລິມະສິດໃນຕໍ່ໜ້າ ລວມມີ ສະໜອງການຊ່ວຍເຫຼືອມະນຸດສະທຳ, ຮັບປະກັນມີລັດຖະບານຕາງໜ້າ ແລະ ກວມລວມຢ່າງແທ້ຈິງ, ຕ້ານການກໍ່ການຮ້າຍ ແລະ ຕ້ານການຄ້າຂາຍຢາເສບຕິດ, ພ້ອມທັງປົກປ້ອງສິດຂອງແມ່ຍິງ, ເດັກຍິງ ແລະ ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ.
ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ເນັ້ນໜັກວ່າ: ມົດສະກູ ມີຄວາມຫວັງວ່າ ການນຳ ຕາລີບານ ຈະ “ປະຕິບັດຄຳໝັ້ນໝາຍຂອງຕົນຕໍ່ເລື່ອງສ້າງຕັ້ງລັດຖະບານກວມລວມ”.