ວິຫານ Taj Mahal (ພາບ/TTXVN)
(vovworld) - ວັນທີ 17/03 ຕຳຫລວດ ອິນເດຍ ໃຫ້ຮູ້ວ່າ: ປະເທດນີ້ໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ວິຫານ Taj Mahal ພາຍຫລັງມີແຫຼ່ງຂ່າວວ່າ ກຸ່ມສະໜັບສະໜູນອົງການ ລັດອິດສະລາມ (IS) ອ້າງຊື່ເອງ ໄດ້ນາບຂູ່ຈະປະຕິບັດບັນດາເຫດບຸກໂຈມຕີໃສ່ກິດຈະກຳ ເຊິ່ງໄດ້ຮັບການກໍ່ສ້າງແຕ່ສະຕະວັດທີ 17 ກໍ່ຄືບາງສະຖານທີ່ອື່ນໆຢູ່ ອິນເດຍ. ຕຳຫລວດໄດ້ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ວິຫານ Taj Mahal, ເຖິງວ່າຍັງບໍ່ທັນມີຄຳກ່າວເຕືອນທາງການ ຫຼື ຂໍ້ມູນຂ່າວສືບລາຊະການລັບລະອຽດກ່ຽວກັບໄພນາບຂູ່ກໍ່ຕາມ. ແຕ່ກອງມ້າງທຳລາຍລະເບີດກໍ່ໄດ້ຮັບການຜັນຂະຫຍາຍພ້ອມກັບກຳລັງເພີ່ມເຕີ່ມລາດຕະເວນແມ່ນ້ຳ Yamuna ໃກ້ກັບວິຫານ Taj Mahal.