ອິນໂດເນເຊຍຈັດກອງປະຊຸມສຳມະນາກ່ຽວກັບການຄວບຄຸມການປະທະກັນທີ່ອາດຈະເກີດຂຶ້ນຢູ່ເຂດທະເລຕາເວັນອອກ

ອິນໂດເນເຊຍຈັດກອງປະຊຸມສຳມະນາກ່ຽວກັບການຄວບຄຸມການປະທະກັນທີ່ອາດຈະເກີດຂຶ້ນຢູ່ເຂດທະເລຕາເວັນອອກ - ảnh 1
(ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​​ຄວບ​ຄຸມ​
ການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 26)

(vovworld) - ​ໃນ​ລະ​ຫວ່າງວັນ​ທີ 15 – 17/11, ຢູ່​ນະ​ຄອນ​ Bandung, ປະ​ເທດ​ອິນ​ໂດ​ເນ​ເຊຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​​ຄວບ​ຄຸມ​ການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 26 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ​ 50 ທ່ານທີ່​ມີ​ຈາກບັນ​ດາ​ປະ​ເທດ​ຄື: ອິນ​ໂດ​ເນ​ເຊຍ, ບ​ຣຸ​ໄນ, ມຽນ​ມາ, ​ມາ​ເລ​ເຊຍ, ລາວ, ຟິ​ລິບ​ປີນ, ສິງ​ກະ​ໂປ, ຫວຽດ​ນາມ, ຈີນ ແລະ ໄຕ​ຫວັນ (ຈີນ). ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ບົດ​ລາຍ​ງານ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ທີ່​ໄດ້​ຮັບຮອງ​ເອົາ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ອນນີ້ ແລະ ສະ​ເໜີ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃໝ່. ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລ້ວນ​ແຕ່​ຕີ​ລາ​ຄາ​ສ​ູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອົງ​ການ​ສຳ​ນັກ​ງານ​ທີ່​ເປັນ​ເຈົ້າ​​ພາບ​ໃນ​ເລື່ອງ​ຕັ້ງ​ໜ້າ​ຜັນ​ຈະ​ຫຍາຍ​ບັນ​ດາ​ໂຄງ​ການ​ຄື: ໂຄງ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​​ນ້ຳ​ທະ​ເລ​ຂຶ້ນ​, ​ຜົນກະ​ທົບເຖິງ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ແຄມ​ທະ​ເລ​ຂອງ​ບັນ​ດາ​ປະ​ເທດ​ໃນ​ເຂດ​ທ​ະ​ເລ​ຕາ​ເວັນ​ອອກ, ໂຄງ​ການ​ເຄືອ​ຂ່າຍ​ການ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ຢູ່​ອາ​ຊ​ີ; ໂຄງ​ການ​ຝຶກ​ອົບ​ຮົ​ມ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ.... ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ບັນ​ດາ​ຜູ້​ແທນ​ໄດ້​ເນັ້​ນ​ໜັກ​ເຖິງ​ບົດ​ບາດ, ຄວາມ​ໝາຍ ແລະ ການ​ປະ​ກອບ​ສ່ວນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ນັບ​ແຕ່​​ເມື່ອໄດ້​ຮັບ​ການ​ຈັດ​ຕັ້ງ​ຄັ້ງ​ທຳ​ອິດ​ໃນ​ປີ 1990 ໃນ​ການ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ, ​ການແລກ​ປ່ຽນ ແລະ ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຝ່າຍ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຄວ​ບ​ຄຸມ​​ບັນ​ດາ​ການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ຮັກ​ສາ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ