ອິນໂດເນເຊຍຈັດຕັ້ງວັນອາຊຽນຢູ່ຈາກາດຕາ
ອິນໂດເນເຊຍຈັດຕັ້ງວັນອາຊຽນຢູ່ຈາກາດຕາ
(ພາບ: vietnamplus.vn)
(vovworld) - ວັນທີ 9/8, ກະຊວງການຕ່າງປະເທອິນໂດເນເຊຍ ສົມທົບກັບອຳນາດການປົກຄອງນະຄອນຫຼວງ ຈາກາກຕາ ຈັດຕັ້ງການແຂ່ງຂັນແລ່ນ ແລະ ງານບຸນຕາມຖະໜົນອາຊຽນ ດ້ວຍການເຂົ້າຮ່ວມຂອງ 3.000 ກວ່າຄົນ, ລວມມີບັນດາເອກອັກຄະລັດຖະທູດ, ພະນັກງານ, ພາລະກອນສະຖານທູດບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດ.
ເຫດການນີ້ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 48 ປີ ແຫ່ງວັນສ້າງຕັ້ງອາຊຽນ ແລະ ຊົມເຊີຍປະຊາຄົມອາຊຽນ ຈະຮັບການສ້າງຕັ້ງໃນທ້າຍປີນີ້ ນີ້ກໍ່ແມ່ນໂອກາດເພື່ອໃຫ້ນະຄອນຫຼວງຈາກາກຕາ ສະແດງຄວາມມານະພະຍາຍາມໃນການຊຸກຍູ້ຄວາມປາຖະໜາຢາກກາຍເປັນນະຄອນຫຼວງດ້ານການທູດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.