ອິນໂດເນເຊຍຢືນຢັນຄຳໝັ້ນສັນຍາຊຸກຍູ້ວິວັດທະນາການສັນຕິພາບປາແລດສະຕິນ-ອິດສະຣາແອນ

ອິນໂດເນເຊຍຢືນຢັນຄຳໝັ້ນສັນຍາຊຸກຍູ້ວິວັດທະນາການສັນຕິພາບປາແລດສະຕິນ-ອິດສະຣາແອນ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Retno Marsudi
(ພາບ​ປະ​ກອບ: Reuters)

(vovworld) – ​​ວັນ​ທີ 06/06, ທ່ານ​ນາງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Retno Marsudi ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ສັ​ນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ, ເຊິ່ງ​​ຈັດ​ຕັ້ງ​ຢູ່​ປາ​ຣີ, ປະ​ເທດ​ຝ​ລັ່ງ ພ້ອມ​ກັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດບັນ​ດາ​ປະ​ເທດ 27 ທ່ານ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ອາ​ຣັບ. ທ່ານ​ນາງ Retno Marsudi ຢືນ​ຢັນ​ວ່າ, ​ໂດຍແມ່ນ​ປະ​ເທດ​ອິດ​ສະ​ລາມ​ໃຫຍ່ກວ່າ​ໝູ່​ໃນ​ໂລກ, ອິນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານ​ການ​ເມືອງ, ການ​​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ແລະ ການ​ພັດ​ທະ​ນາ ພ້ອມ​ທັງ​ຊຸກ​ຍູ້​ສັນ​ຕິ​ພາບ​ຢູ່​ປາ​ແລດ​ສະ​ຕິນ. ອິນ​ໂ​ດ​ເນ​ເຊຍ ໄດ້​ຮຽກ​ຮ້ອງ​​ສາ​ກົນຮັບ​ຮູ້ບົດ​ບາດ​ຕັ້ງ​ໜ້າ​ຂອງ​ປະ​ເທດ​ນີ້ ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ນັບ​ທັງ​​ໃນ​ພາກ​ພື້ນ ແລະ ທົ່ວ​ໂລກ. ທີ່​ການ​ປະ​ຊຸມ​ຂ່າວ, ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຄືນ​ໃໝ່​​ເລື່ອງ​ສະ​ໜັບ​ສະ​ໜູນ​ການ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​​ໃຫ້​ແກ່​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ແລດ​ສະ​ຕິນ - ອິດ​ສະ​ຣາ​ແອນ ທີ່​ແກ່​ຍາວ​ເປັນ​ເວ​ລາ 50 ປີຢ່າງ​ຍາວນ​ານ ແລະ ຮອບ​ດ້ານ; ​ພ້ອມ​ທັງເນັ້ນ​ໜັກວ່າ, ພື້ນ​ຖານ​ສັນ​ຕິ​ພາບ​ຍາວ​ນານ​ລະ​ຫວ່າງປາ​ແລດ​ສະ​ຕິນ - ອິດ​ສະ​ຣາ​ແອນ ​ພ​ຽງ​ແຕ່​ບັນ​ລຸ​ໄດ້​​ໂດຍຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ ເພື່ອ​ເປັນ​ເອ​ກະ​ພາບ​ຕໍ່​ມາດ​ຕະ​ການ​ແກ້​ໄຂ​, ໃນ​ນັ້ນ​ນັບ​ທັງ ປາ​ແລດ​ສະ​ຕິນ - ອິດ​ສະ​ຣາ​ແອນ ຈະ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ສັ​ນ​ຕິ​​ພາບ.

ຂ່າວ/ບົດ​ອື່ນ