ຫນ່ວຍກູ້ໄພກູ້ຊີບ ອິນໂດເນເຊຍ
ພາບ:tintuc.vn
|
(vovworld)- ວັນທີ 17/8, ນາຍພົນ Badrodin Haiti, ຫົວຫນ້າອົງການຕຳຫລວດແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ຈະສົງບັນດາຜູ້ຊ່ຽວຊານນິຕິເວດຊະສາດເພື່ອຊ່ວຍຢັ້ງຢືນບັນດາຜູ້ປະສົບເຄາະຮ້າຍຈາກອຸປະຕິເຫດເຮືອບິນຢູ່ Papua. ອົງການກູ້ໄພກູ້ຊີບແຫ່ງຊາດ Basarnas ໄດ້ສົມທົບກັບກຳລັງກອງທັບແຫ່ງຊາດ ອິນໂດເນເຊຍ ແລະ ຕຳຫ ລວດ ໄດ້ຜັນຂະຫຍາຍ ເຮຶອບິນນ້ອຍ 10 ລຳ ແລະ ກວ່າ 260 ຄົນ ເພື່ອຊອກຫາເຮືອບິນ ATR 42-300 ຖືກຫາຍສາບສູນ. ຮອດຕອນບ່າຍວັນທີ 17/8, ຫນ່ວຍກູ້ໄພກູ້ຊີບໃຫ້ຮູ້ວ່າ: ໄດ້ຊອກເຫັນຊີ້ນສ່ວນ ຈຳນວນຫນຶ່ງ ຂອງເຮືອບິນ ຢູ່ເຂດພູດອຍ ທຸລະກັນດານ Seram Oksop .