ອິນໂດເນເຊຍແລະມາເລເຊຍປຶກສາຫາລືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ

ອິນໂດເນເຊຍແລະມາເລເຊຍປຶກສາຫາລືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ - ảnh 1
(ພາບປະກອບຈາກ indonesia.gr)

(vovworld) – ວັນ​ທີ 18/11, ສະຫະ​ສະມາຄົມ ສາດສະດາຈານ ອິນ​ໂດ​ເນ​ເຊຍ (API) ​ແລະ ສະຫະ​ສະມາຄົມ ສາດສະດາຈານ ມາ​ເລ​ເຊຍ (MPN) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ວິທະຍາສາ​ດປຶກສາ​ຫາລື ກ່ຽວ​ກັບ​ກະສິກຳ ​ແລະ ທັນ​ຍາ​ຫານ​ຢູ່​ສູນ​ກອງ​ປະຊຸມ​ສາກົນ ອິນ​ໂດ​ເນ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ສາດສະດາຈານ, ນັກຮຽນ​ຮູ້​ຂອງ 2 ປະ​ເທດ​ເກືອ​ບ 200 ຄົນ. ສາດສະດາຈານ Ari Purbayanto ສັງກັດ​ສະ​ຖາ​ບັນ​ກະສິກຳ Bogor (IPB) ​ໃຫ້​ຮູ້​ວ່າ: ກະສິກຳ​ສວມ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ທັງ ອິນ​ໂດ​ເນ​ເຊຍ ​ແລະ ​ມາ​ເລ​ເຊຍ, ຍ້ອນ 2 ປະ​ເທດ​ລ້ວນ​ແຕ່​ຖື​​ເປັນ​ສຳຄັນການ​ພັດທະນາ​ພື້ນຖານ​ເສດຖະກິດ​ກະສິກຳ. ຊ້ຳບໍ່ໜຳ, ທັງ 2 ປະ​ເທ​ດພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ກ່ຽວຂ້ອງ​ເຖິງ​ບັນຫາ​ຄ້ຳ​ປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ຄວາມ​ສະມາດ​​ສະໜອງທັນ​ຍາ​ຫານ ດັ່ງ​ນັ້ນ​ເວທີ​ປາ​ໄສ​ສະຫະ​ສະມາຄົມ ສາດສະດາຈານ ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ (IPIM) ປີ​ນີ້​ໄດ້​ເລືອກ​ຕັ້ງ​ຫົວ​ຂໍ້​ວ່າ “ອະທິປະ​ໄຕ​ທັນ​ຍາ​ຫານ​ຢູ່ ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ” ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ກະສິກຳ​ຢ່າງ​ເລິກ​ເຊິ່ງ. ​ໄລຍະ​ຈະ​ມາ​ເຖິງ, ຜ່ານ IPIM, 2 ປະ​ເທ​ດຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ນັກວິທະຍາສາດ, ຄູ​ອາຈານ, ນັກ​ສຶກສາ, ສົມທົບ​ກັນ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ບາງ​ບັນຫາ​ຄື​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ບັນດາ​ບັນຫາ​ເສດຖະກິດ​ ​ແລະ ສັງຄົມ​ອື່ນໆ.

 

ຂ່າວ/ບົດ​ອື່ນ