ອິນໂດເນເຊຍ ກຽມພ້ອມ ໃຫ້ແກ່ກອງປະຊຸມປະຊາຄົມ ເສດຖະກິດ ອາຊຽນ

ອິນໂດເນເຊຍ ກຽມພ້ອມ ໃຫ້ແກ່ກອງປະຊຸມປະຊາຄົມ ເສດຖະກິດ ອາຊຽນ - ảnh 1
ການໂຄສະນາໃຫ້ແກ່ AEC ຢູ່ Bangkok, ປະເທດໄທ
 (ພາບ: AFP/ສຳນັກຂ່າວສານ ຫວຽດນາມ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການປະຊຸມຂ່າວ​ຢູ່​ນະຄອນຫຼວງ Bandar Seri Begawan, ປະ​ເທດ ບຣູ​ໄນ, ​ເນື່ອງ​​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyhono ຢືນຢັນ​ວ່າ: ປະ​ເທດ​ນີ້​ພ້ອມ​ແລ້ວ​ທີ່​ຈະຕ້ອນຮັບ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (ຫຼື AEC) ​ໃນ​ປີ 2015. ທ່ານ​ປະທາ​ນາ​ທິບໍດີ Yudhoyhono ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ສ້າງ​ຕັ້ງ​ຄະນະ​ກຳມະການ​ເພື່ອ​ຮັບປະກັນ​​ໃຫ້​ແກ່ການ​ກຽມພ້ອມ​ຂອງ ອິນ​ໂດ​ເນ​ເຊຍ ​ໃຫ້​ AEC ​ໃນ​ປີ 2015. ທ່ານ Yudhoyhono ຊີ້​ແຈງ​ວ່າ: AEC ຈະ​ປັບ​ປຸງ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ, ຍ້ອນ​ວ່າ​ພື້ນຖານ​ເສດຖະກິດ​ເຊື່ອມ​ໂຍງ​ອາດ​ຈະ​ເພີ່ມ​ລັກສະນະ​ໝູນວຽນ​ກະ​ແສທຶນ, ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ສິນຄ້າ ​ແລະ ການ​ບໍລິການ​ໃນ​ພາກ​ພື້ນ, ​ແລະ ອິນ​ໂດ​ເນ​ເຊຍ ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍຢ່າງ ຈະ​ຕະຫຼາດລວມຄື​ດັ່ງກ່າວ​ເມື່ອ​​ເປັນພື້ນຖານ​ເສດຖະກິດ​ໃຫຍ່​ທີ່​ສຸດ ​ແລະ ມີ​ປະຊາ​ກອນ​ຫຼາຍ​ທີ່​ສຸດ​ໃນ ອາ​ຊຽນ.

 

 

 

ຂ່າວ/ບົດ​ອື່ນ