ອີຢູຕົກເຂົ້າສູ່ສະພາບບໍ່ມີທາງອອກເມື່ອແຜນການຟື້ນຟູຖືກຮຸງກາຣີ ແລະ ໂປໂລຍ ຢັບຢັ້ງ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍໄດ້ເຫັນດີນຳກັນວ່າຈະສະຫງວນເວລາເພື່ອພິຈາລະຈາຕື່ມອີກ.

ອີຢູຕົກເຂົ້າສູ່ສະພາບບໍ່ມີທາງອອກເມື່ອແຜນການຟື້ນຟູຖືກຮຸງກາຣີ ແລະ ໂປໂລຍ ຢັບຢັ້ງ - ảnh 1 ບັນດາການນຳອີຢູ ເຂົ້າຮ່ວມກອງປະຊຸມ

(ພາບ: AFP/TTXVN)

ບັນດາການນຳສະຫະພາບເອີລົບ (ອີຢູ) ໄດ້ສິ້ນສຸດກອງປະຊຸມສຸດຍອດໃນຕອນຄ່ຳວັນທີ 19 ພະຈິກ ຢ່າງໄວວາ, ເມື່ອບໍ່ສາມາດຕົກລົງກັນໄດ້ກ່ຽວກັບແຜນການຟື້ນຟູທີ່ມີມູນຄ່າ 1.800 ຕື້ເອີໂລ. ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍໄດ້ເຫັນດີນຳກັນວ່າຈະສະຫງວນເວລາເພື່ອພິຈາລະຈາຕື່ມອີກ.

        ທີ່ກອງປະຊຸມ, ຝ່າຍໂປໂລຍ ແລະ ຮຸງກາຣີ ໄດ້ຢັບຢັ້ງແຜນການຟື້ນຟູຂອງກຸ່ມດ້ວຍເຫດຜົນທີ່ວ່າ ບໍ່ຢາກຕິດພັນການຮັບເງິນອຸປະຖຳໃສ່ກັບການເຄື່ອນໄຫວທາງອຳນາດນິຕິບັນຍັດ.

        ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ, ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບງົບປະມານລວມ ແຕ່ຍັງບໍ່ທັນເປັນເອກະພາບກ່ຽວກັບບັນຫາອຳນາດນິຕິບັນຍັດໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ