ທ່ານ Adly Mansour
ພາບ: internet
|
(vovworld)- ປະທານາທິບໍດີຊົ່ວຄາວຂອງອີຢີບ, ທ່ານ Adly Mansour ຫາກໍຮັບຮອງເອົາລັດຖະທຳມະນູນຊົ່ວຄາວຂອງປະເທດນີ້ ຊື່ງລວມມີ: 33 ມາດຕາ, ໃນນັ້ນວາງແຜນການໃຫ້ແກ່ໄລຍະມອບໂອນສິດອຳນາດຊື່ງແກ່ຍາວຢ່າງຫນ້ອຍສຸດ 6 ເດືອນ. ໄລຍະມອບໂອນສິດອຳນາດນີ້ຈະເລີ່ມຕົ້ນນັບແຕ່ເມື່ອຖະແຫລງລັດຖະທຳມະນູນ ແລະ ຈະຢຸດຕິພາຍຫລັງຈັດຕັ້ງການເລືອກຕັ້ງປະທານາທິບໍດີສຳເລັດ ຊື່ງຄາດວ່າຈະດຳເນີນໃນຕົ້ນປີ 2014. ອີຢີບ ຈະມີເວລາ 5 ເດືອນເພື່ອປັບປຸງຮ່າງລັດຖະທຳມະນູນໂດຍຝ່າຍອິດສະລາມຮຽບຮຽງ ແລະ ດຳເນີນການຮັບຮອງເອົາດ້ວຍຮູບການລົງປະຊາມະຕິ ແລະ ມີເວລາ 1 ເດືອນເພື່ອຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດ. ສະພາແຫ່ງຊາດໃຫມ່ຈະມີເວລາ 1 ອາທິດເພື່ອກຳນົດຈຸດເວລາເລືອກຕັ້ງປະທານາທິບໍດີ. ເຖິງຢ່າງໃດກໍຕາມ, ຂະບວນການລຸກຮືຂຶ້ນ Tamarod ຊື່ງແມ່ນກຳລັງຫນູນຫລັງກະແສຟອງແຫ່ຂະບວນປະທ້ວງຕ້ານປະທານາທິບໍດີ Mohamed Morsi ໄດ້ປະຕິເສດຖະແຫລງລັດຖະທຳມະນູນສະບັບໃຫມ່ ໂດຍປະທານາທິບໍດີຊົ່ວຄາວ Mansour ວາງອອກ.