ສະພາບການຢູ່ອີຢີບ
(ພາບ: dantri.com.vn)
(vovworld): ວັນທີ 27/1, ປະທານນາທິບໍດີອີຢີບ Mohmmed Morsi ໄດ້ປະກາດສະພາວະສຸກເສີນ ແລະ ກົດໄອຍະການເສິກໃນຮອບເວລາ 30 ວັນຢູ່ນະຄອນ Port Said, Suez ແລະ Ismailia ຊື່ງແມ່ນແຫ່ງຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຍ້ອນການຈະລາຈົນ ອັນໄດ້ເຮັດໃຫ້ 50 ຄົນເສຍຊີວິດໃນ 3 ມື້ຜ່ານມາ. ປະທານນາທິບໍດີອີຢີບ Mohmmed Morsi ກໍ່ຮຽກຮ້ອງໃຫ້ຝ່າຍຄ້ານເຂົ້າຮ່ວມການເຈລະຈາ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂສະພາບການໃນປະຈຸບັນ ກໍ່ຄືຊຸກຍູ້ວິວັດການປະຊາທິປະໄຕຢູ່ອີຢີບ. ແຕ່ເຖິງຢ່າງໃດກໍ່ຕາມ, ຝ່າຍຄ້ານໃຫ້ຮູ້ວ່າຈະສືບຕໍ່ຮຽກຮ້ອງໃຫ້ດຳເນີນການແຫ່ຂະບວນປະໂດຍສັນຕິ ແລະ ນາບຂູ່ຈະປະຕິເສດການເລືອກຕັ້ງສະພາແຫ່ງຊາດທີ່ຈະມາເຖິງ ຖ້າຫາກວ່າບັນດາຄຳຮຽກຮ້ອງຂອງເຂົາເຈົ້າບໍ່ໄດ້ຮັບການປະຕິບັດ.