(ພາບ: AP )
(vovworld)- ລັດຖະບານອີຢີບ ຫາກໍ່ຕົກລົງອະນຸຍາດໃຫ້ຕຳຫຼວດບຸກເຂົ້າ ຂອບເຂດມະຫາວິທະຍາໄລແຫ່ງຕ່າງໆເພື່ອແກ້ໄຂບັນດາການປະທະກັນ ແລະ ແຫ່ຂະບວນປະທ້ວງ ແຕ່ບໍ່ຕ້ອງອະນຸຍາດລ່ວງໜ້າ. ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງເຫດການນັກສຶກສາຜູ້ 1 ເສຍຊີວິດໃນການຈະລາຈົນຢູ່ຫໍພັກນັກສຶກສາມະຫາວິທະຍາໄລ Al Azhar ເມືອງ Nars City ທີ່ນະຄອນຫຼວງກາຍໂຣ. ວັນທີ 21/11, ຫຼາຍກຸ່ມນັກສຶກສາມີການກະທຳນາບຂູ່ຊື່ງກັນ ແລະ ກັນຢູ່ມະຫາວິທະຍາໄລກາຍໂຣ.
ໃນວັນດຽວກັນ, ສຳນັກຂ່າວສານ ເມນາ ໄດ້ໃຫ້ຂ່າວວ່າ ມີຕຳຫຼວດຄົນ 1 ຖືກເສຍຊີວິດໃນການບຸກໂຈມຕີຢູ່ເຂດ Ismailia ທາງທິດຕາເວັນອອກກາຍໂຣ. ກ່ອນໜ້ານັ້ນ, ຜູ້ບັນຊາການກຳລັງປະຕິບັດໜ້າທີ່ພິເສດອີຢີບ ໄດ້ຖືກເຂັ່ນຂ້າໃນຂະນະພວມຈັບຕົວບັນດາມືປືນຢູ່ເຂດ Qaloubiya ທາງທິດເໜືອນະຄອນຫຼວງກາຍໂຣ./.