ອີຢີບ ກະກຽມການ ເລືອກຕັ້ງ ປະທານາທິບໍດີ
ອີຢີບ ກຳນົດວັນເລືອກຕັ້ງ
(ພາບ:viet.rfi.fr)
|
( vovworld ) – ວັນທີ 10/3, ບັນດາຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຜູ້ທຳອິດຂອງ ອີຢີບ ນັບແຕ່ລະບອບຂອງ ອະດີດປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມ ເລີ່ມຕົ້ນການຈົດທະບຽນບັນຊີລາຍຊື່, ກະກຽມການເລືອກຕັ້ງ ປະທານາທິບໍດີ ຊື່ງຄາດວ່າຈະດຳເນີນໃນວັນທີ 23 ແລະ 24/5 ທີ່ຈະມາເຖິງ. ຕາມແຜນການແລ້ວ, ວິວັດການຈົດທະບຽນບັນຊີລາຍຊື່ບັນດາຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ ຈະແກ່ຍາວຮອດວັນທີ 8/4 ທີ່ຈະມາເຖິງ ແລະ ບັ້ນຫາສຽງເລືອກຕັ້ງປະທານາທິບໍດີຈະເລີ່ມແຕ່ວັນທີ 30/4 ທີ່ຈະມາເຖິງ ແລະ ຈະແກ່ຍາວໃນເວລາ 3 ອາທິດ. ບັນດາພັກຝ່າຍການເມືອງທີ່ມີຢ່າງໜ້ອຍສຸດ 1 ທີ່ນັ່ງໃນສະພາແຫ່ງຊາດ ສາມາດແນະນຳຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຜູ້ 1. ນອກຈາກນັ້ນແລ້ວ, ພົນລະເມືອງ ອີຢີບ ຖ້າໄດ້ຮັບການສະໜັບສະໜູນຂອງ ສະມາຊິກສະພາແຫ່ງຊາດຢ່າງໜ້ອຍສຸດ 30 ທ່ານ ຫຼືເກັບໄດ້ລາຍເຊັນຖືກຕ້ອງກັບກົດໝາຍຂອງ 30.000 ຄົນ ຂອງ 15 ໃນຈຳນວນ 27 ເຂດບໍລິຫານ ກໍ່ສາມາດມີສິດຈົດທະບຽນເປັນຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີ. ຕາມບັນດານັກໄຈ້ແຍກແລ້ວ, ບັນດາຜູ້ອອກສະໝັກຮັບເລືອກຕັ້ງປະທານາທິບໍດີຂອງ ອີຢີບ ສາມາດຮັບໄຊຊະນະໄດ້ໃນປະຈຸບັນແມ່ນ ອະດີດປະທານສະຫະພັນອາຣັບ Am Muxa, ອະດີດນາຍົກລັດຖະມົນຕີ Amet Saphich. ໝາກຜົນໃນເບື້ອງຕົ້ນຂອງການເລືອກຕັ້ງປະທານາທິບໍດີ ອີຢີບ ຈະໄດ້ປະກາດໃນວັນທີ 21/6 ທີ່ຈະມາເຖິງ.