ອີຢິບ ສ້າງຕັ້ງກຳມາທິ ການປັບປຸງລັດຖະທຳມະນູນ

ອີຢິບ ສ້າງຕັ້ງກຳມາທິ ການປັບປຸງລັດຖະທຳມະນູນ - ảnh 1
ທ່ານ​ປະທານາທິບໍດີ​ຊົ່ວ​ຍາວ ອີ​ຢິບ  Adly Mansour
(ພາບ: AFP/TTXVN)

(vovworld) – ວັນ​ທີ 20/7, ທ່ານ​ປະທານາທິບໍດີ​ຊົ່ວ​ຄາວ ອີ​ຢິບ  Adly Mansour ​ໄດ້​ເຊັນ​ລັດຖະດຳລັດ​ສ້າງ​ຕັ້ງ​ກຳມາທິການ​ກົດໝາຍ​ເພື່ອ​ປັບປຸງ​ລັດຖະທຳ​ມະນູນ ປີ 2012 ທີ່​ຖືກ​ກອງ​ທັບ​ຢຸດ​ໄວ້​ໃນ​ວັນ​ທີ 3/7 ຜ່ານ​ມາ. ໜັງສືພິມ​ລາຍ​ວັນ Al Ahram ​ໃຫ້​ຮູ້​ວ່າ: ກຳມາທິການ​​ດັ່ງກ່າວ​ໂດຍ​ຜູ້​ພິພາກສາ ທ່ານ Awad Ali Saleh, ທີ່​ປືກສາ​ລັດຖະທຳ​ມະນູນ​ຂອງ​ປະທານາທິບໍດີ ​ເປັນ​ຫົວ​ໜ້າ​ຈະ​ເລີ່​ມ​ເຮັດ​ວຽກ​ໃນ​ວັນ​ທີ 21/7 ຢູ່​ສຳນັກງານ​ສະພາ Shura - ສະພາ​ສູງ ​ອີ​ຢິບ ​ແລະ ມີ​ເວລາ​ 1 ​ເດືອນ​ເພື່ອ​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ສຳ​ເລັດ. ຕາມ​ລັດ​ຖະດຳລັດ​ແລ້ວ, “ຄະນະ​ເລຂາ​ດ້ານ​ເຕັກນິກ” ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ ​​ເພື່ອແນ​ໃສ່​ໜູນ​ຊ່ວຍ​ກຳມາ​ທິການ​ນີ້.

    ​ໃນ​ສະພາບ​ການ​ອື່ນ​ທີ່​ກ່ຽວຂ້ອງ, ສຳນັກ​ຂ່າວສານ​ທາງ​ການ MENA ຂອງ ອີ​ຢິບ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ລັດຖະບານ​ຊົ່ວຄາວ​ປະ​ເທດ​ນີ້​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 21/7 ດ້ວຍ​ໂຄງການ​ດຳ​ເນີນ​ງານ​ສຸມ​ໃສ່​ເຂົ້າ​​ໃນ​ບັນດາ​ບັນຫາ​ເສດຖະກິດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ