ອີຢິບ ແລະ ສະຫະປະຊາຊາດສະໜັບສະໜູນ
ຄວາມມານະພະຍາຍາມເພື່ອສັນຕິພາບຢູ່ ລີບີ
(ພາບ: THX/TTXVN)
(vovworld) - ວັນທີ 19/03 ຫົວໜ້າເສນາທິການໃຫຍ່ກອງທັບ ອີຢິບ, ພົນຕີ Mahmoud Hegazy ແລະ ທູດພິເສດຂອງສະຫະປະຊາຊາດກ່ຽວກັບ ລີບີ ທ່ານ Martin Kobler ໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມມໍ່ໆມານີ້ ເພື່ອແນໃສ່ບັນລຸຄວາມເຫັນດີລະຫວ່າງບັນດາຝ່າຍຢູ່ ລີບີ ກ່ຽວກັບວິວັດທະນາການສັນຕິພາບ. ໃນຖະແຫຼງການໜຶ່ງ, ກອງທັບ ອີຢິບ ໃຫ້ຮູ້ວ່າ: ທີ່ການພົບປະເຈລະຈາ ຖືກຈັດຕັ້ງຢູ່ນະຄອນຫລວງ Cairo, ການນຳ ອີຢິບ ແລະ ສະຫະປະຊາຊາດ 2 ທ່ານ ໄດ້ພິຈາລະນາບັນດາໝາກຜົນທີ່ບັນລຸໄດ້ ພາຍຫລັງບັນດາກອງປະຊຸມມໍ່ໆມານີ້ຂອງຄະນະກຳມະການເຈລະຈາແຫ່ງຊາດໂດຍ ອີຢິບ ສ້າງຕັ້ງ ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງບັນດາຝ່າຍທີ່ເປັນປໍລະປັກກັນຢູ່ ລີບີ. 2 ຝ່າຍຊົມເຊີຍບັນດາໝາກຜົນແຫ່ງການປະຊຸມຂອງກຸ່ມ 4 ຝ່າຍກ່ຽວກັບ ລີບີ ເຊິ່ງລວມມີ: ສະຫະປະຊາຊາດ, ສະຫະພາບ ເອີລົບ, ສະຫະພັນ ອາຣັບ, ສະຫະພັນ ອາຟຣິກາ ທີ່ຫາກໍ່ດຳເນີນໃນວັນທີ 18/03 ຢູ່ Cairo.