ພາບປະກອບ: internet
|
(vovworld)- ສະຫະພາບເອີລົບ(ອີຢູ) ຫາກໍ່ມີການກະທຳຫລຸດຜ່ອນນະໂຍບາຍຮັດເຂັມຄັດ ຊື່ງກໍ່ໃຫ້ເກີດກະແສຟອງແຫ່ຂະບວນປະທ້ວງຢູ່ທົ່ວທະວີບນີ້ໃນໄລຍະຜ່ານມາ ເມື່ອວັນທີ 29/5 ໄດ້ຕົກລົງອະນຸຍາດໃຫ້ຝລັ່ງ ແອດສະປາຍ ແລະ 4 ປະເທດອື່ນ ມີເວລາຕື່ມອີກເພື່ອດຳເນີນການຫລຸດຜ່ອນກາ ນຂາດດຸນລົງຢູ່ໃນລະດັບເພດານທີ່ໄດ້ກຳນົດແມ່ນ 3% ຂອງ GDP. ຕາມທ່ານປະທານ EC Jose Manuel Barroso ແລ້ວ,ເລື່ອງປະຕິຮູບຕ້ອງໄດ້ຮັບການຍູ້ໄວຢູ່ທຸກປະເທດສະມາຊິກ ອີຢູ ເພື່ອເຮັດໃຫ້ກຸ່ມນີ້ຫລຸດພົ້ນອອກຈາກວິກິດການທີ່ແກ່ຍາວໃນຕະຫລອດ 3 ປີຜ່ານມາ. ສຳລັບ ຝລັ່ງ, ຊື່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບສອງຂອງເຂດນຳໃຊ້ສະກຸນເງິນເອີໂຣລວມ, ທ່ານ Barroso ເນັ້ນຫນັກວ່າ: ປາຣີ ຄວນນຳໃຊ້ເວລາເພີ່ມຂຶ້ນນັ້ນເພື່ອຊ່ວຍພື້ນຖານເສດຖະກິດຝລັ່ງມີຄວາມສາມາດແກ້ງແຍ້ງ ພ້ອມທັງເລັ່ງລັດປະເທດນີ້ປະຕິບັດບັນດາການປະຕິຮູບມຸ່ງໄປເຖິງຈຸດໝາຍຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳ ແລະ ປັບປຸງດ້ານການເງິນຂອງລັດ. ໃນຂະນະນັ້ນ ສຳລັບແອດສະປາຍ, ທ່ານ Barroso ຖືວ່າ ຄຽງຄູ່ກັບການປະຕິຮູບ, Madrid ຄວນຄິດພິຈາລະນາທຸກໂຄງການຫລຸດຜ່ອນຢ່າງລະອຽດເພື່ອຊ່ວຍພື້ນຖານເສດຖະກິດໃຫຍ່ອັນດັບ 4 ຂອງ ເຂດນຳໃຊ້ສະກຸນເງິນເອີໂຣລວມ ຟື້ນຟູຢ່າງວ່ອງໄວ. ບັນດາຄຳສະເຫນີດັ່ງກ່າວຈະກາຍເປັນເອກະສານນິຕິກຳຖ້າຫາກໄດ້ຮັບການຮັບຮອງເອົາຈາກບັນດາການນຳອີຢູທີ່ກອງປະຊຸມສຸດຍອດຊື່ງຈັດຂຶ້ນໃນເດືອນຈະມາເຖິງ.