ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ອີຢູ ສົ່ງຈົດໝາຍໃຫ້ທ່ານປະທານສະພາເອີລົບ Donald Tusk (ເບື້ອງຂວາ) ຢູ່ ບຣຸກແຊນ, ພາກສະວິດໃນວັນທີ 29/3
(ພາບ:AFP/TTXVN)
|
(vovworld) - ການນຳ 27 ປະເທດສະມາຊິກຍັງເຫຼືອຂອງ ສະຫະພາບ ເອີລົບ (ອີຢູ) ໃຫ້ຄຳໝັ້ນສັນຍາມີການກະທຳແມ່ນກຸ່ມກ້ອນເອກະພາບໃນບັນດາການເຈລະຈາກັບ ອັງກິດ ກ່ຽວກັບເງື່ອນໄຂຖອນອອກຈາກ ອີຢູ, ຍັງໄດ້ເອີ້ນຫຍໍ້ວ່າ Brexit. ນີ້ແມ່ນຖະແຫຼງການຂອງ 27 ປະເທດສະມາຊິກຍັງເຫຼືອໃນ ອີຢູ ຍົກອອກມາພາຍຫຼັງວັນທີ 29/3, ຜູ້ຕາງໜ້າ ອັງກິດ ໄດ້ມອບໃຫ້ທ່ານ Donald Tusk, ປະທານສະພາເອີລົບ ຄຳປະກາດທາງການຂອງ ອັງກິດ ກ່ຽວກັບການປະຕິບັດຕາມມາດຕາ 50 ຂອງສົນທິສັນຍາ Lisbon ເພື່ອເລີ່ມເຈລະຈາກ່ຽວກັບ Brexit. ຖະແຫຼງການເນັ້ນໜັກວ່າ: ເລື່ອງ ອັງກິດ ຖອນອອກຈາກອີຢູ ເຮັດໃຫ້ອີຢູ ມີຄວາມເສຍດາຍ, ແຕ່ ອີຢູ ກໍ່ພ້ອມແລ້ວທີ່ຈະເຈລະຈາກ່ຽວກັບ Brexit. ຖະແຫຼງການໄດ້ຊີ້ແຈ້ງບາດກ້າວທຳອິດຂອງ ອີຢູ ຈະແມ່ນສະພາ ເອີລົບ ຮັບຮອງເອົາຂໍ້ສະເໜີແນະກ່ຽວກັບຫຼັກໝັ້ນ ແລະ ບັນດາຫຼັກການເພື່ອໃຫ້ຄະນະກຳມະການເອີລົບ ຕາງໜ້າໃຫ້ ອີຢູ ດຳເນີນການເຈລະຈາກັບ ອັງກິດ. ອີຢູ ຈະມີຫຼັກໝັ້ນສ້າງສັນ ແລະ ມານະພະຍາຍາມບັນລຸຂໍ້ຕົກລົງ, ພ້ອມທັງຫວັງວ່າ ອັງກິດ ຈະແມ່ນຄູ່ຮ່ວມມືທີ່ສະໜິດສະໜົມ. ໃນການເຈລະຈາ, ບັນດາປະເທດ ອີຢູ ຈະເຄື່ອນໄຫວຄືດັ່ງກຸ່ມກ້ອນເອກະພາບເພື່ອປົກປັກຮັກສາຜົນປະໂຫຍດພ້ອມທັງບຸລິມະສິດທຳອິດຈະແມ່ນຫລຸດຜ່ອນຄວາມຂາດສະຖຽນລະພາບສຳລັບບັນດາປະເທດ ອີຢູ, ພົນລະເມືອງ ແລະ ວິສາຫະກິດໃນກຸ່ມ.