ອີຢູຮັກສາບັນດາມາດຕະການລົງໂທດເລັ່ງໃສ່ລັດເຊຍ
ປະທານາທິບໍດີ ລັດເຊຍ V.Putin
photo:internet
|
(vovworld)- ວັນທີ 30/9, ວົງການເຈົ້າຫນ້າທີ່ສະຫະພາບເອີລົບ(ອີຢູ) ໄດ້ປະກາດວ່າ: ເອກອັກຄະລັດຖະທູດບັນດາປະເທດສະມາຊິກ ອີຢູ ຕົກລົງຮັກສາການລົງໂທດຈັດວາງສຳລັບລັດເຊຍທີ່ກ່ຽວຂ້ອງເຖິງວິກິດການ ຢູແກຼນ. ຕາມບັນດາເຈົ້າຫນ້າທີ່ ອີຢູ ແລ້ວ, ປະຈຸບັນ ບໍ່ທັນຮອດຈຸດເວລາຍົກເລີກບັນດາຄຳສັ່ງລົງໂທດດັ່ງກ່າວ ເຖິງວ່າ ຂໍ້ຕົກລົງຢຸດຍິງລະຫວ່າງບັນດາຝ່າຍໄດ້ຮັບການປະຕິບັດເມື່ອວັນທີ 5/9. ອີຢູ ຖືວ່າ: ຂໍ້ຕົກລົງນີ້ ແມ່ນບາດກ້າວຕັ້ງຫນ້າທຳອິດ ເພື່ອກ້າວໄປເຖິງການຢຸດຕິສະພາບປະທະກັນທີ່ແກ່ຍາວໃນ 5 ເດືອນຜ່ານມາ ຢູ່ບັນດາແຂວງພາກຕາເວັນອອກຂອງ ຢູແກຼນ. ທ່ານ Herman Van Rompuy, ປະທານສະພາເອີລົບ (EC) ໃຫ້ຮູ້ວ່າ: ບັນດາມາດຕະການລົງໂທດລັດເຊຍ ອາດຈະຖືກດັດປັບ, ຢຸດຕິ, ຊ້ຳບໍ່ໜຳຈະຖືກຍົກເລີກຢ່າງສິ້ນເຊິງ, ແຕ່ຕ້ອງອີງໃສ່ສະພາບຄວາມສະຫງົບປອດໄພຢູ່ບັນດາແຂວງ ພາກຕາເວັນອອກຢູແກຼນ.