ອີຢູເຊັນສັນຍາຮ່ວມສຳພັນກັບ3ປະເທດຂຶ້ນກັບອະດີດສະຫະພາບໂຊວຽດຢ່າງເປັນທາງກາ
ປະຊາຊົນ ຢູແກຼນ ຊົມເຊີຍເລື່ອງເຊັນສັນຍາຮ່ວມສຳພັນກັບ ອີຢູ
(ພາບ: AP)
(vovworld) – ຕອບບ່າຍວັນທີ 27/6, ຕາມເວລາ ຫວຽດນາມ, ສະຫະພາບເອີລົບ (ອີຢູ) ໄດ້ເຊັນສັນຍາຮ່ວມສຳພັນມີລະສະນະປະຫວັດສາດກັບ 3 ປະເທດຂຶ້ນກັບອະດີດສະຫະພາບໂຊວຽດເຊິ່ງລວມມີ: ຢູແກຼນ, ຈໍເຈຍ ແລະ ມົນໂດວາ ຢ່າງເປັນທາງການ. ກ່າວຄຳເຫັນທີ່ພິທີໂດຍການມີໜ້າຂອງທ່ານປະທານາທິບໍດີ ຢູແກຼນ Petro Poroshenko, ທ່ານນາຍົກລັດຖະມົນຕີ ຈໍເຈຍ Irakli Garibashvili ແລະ ທ່ານນາຍົກລັດຖະມົນຕີ ມົນໂດວາ Iurie Leanca, ທ່ານປະທານສະມັດຊາຄະນະກຳມະການ ເອີລົບ Herman Van Rompuy, ຢືນຢັນວ່າ: ມື້ນີ້ ແມ່ນວັນສຳຄັນສຳລັບ ເອີລົບ. ສ່ວນທ່ານປະທານາທິບໍດີຄົນໃໝ່ ຢູແກຼນ Petro Poroshenko ເອີ້ນວ່ານີ້ແມ່ນວັນປະຫວັດສາດ, ນຳ ຢູແກຼນ ກ້າວເຂົ້າສູ່ການເປີດສາກໃໝ່ ພາຍຫຼັງຂາດສະຖຽນລະພາບດ້ານການເມືອງເປັນເວລາຫຼາຍປີ. ທ່ານປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າຈະໃຊ້ກາລະໂອກາດເພື່ອຫັນເປັນທັນສະໄໝ, ພ້ອມທັງເນັ້ນໜັກຄວາມສຳຄັນຂອງສັນຍານີ້ຈະນຳມາເຊິ່ງສັນຕິພາບ ແລະ ຄວາມສະຫງົບໃນພາກພື້ນ.