ທ່ານປະທານາທິບໍດີ Pierre Nkurunziza
(ພາບ: AFP/TTXVN)
|
(vovworld) – ສະຫະພາບ ເອີລົບ (ອີຢູ) ແລະ ອາເມລິກາ ຮຽກຮ້ອງໃຫ້ ບູຣູນດີ ໂຈະການເລືອກຕັ້ງພາຍຫຼັງເກີດບັນດາການແຫ່ຂະບວນປະທ້ວງທີ່ນອງເລືອດຢູ່ປະເທດນີ້ເພື່ອຄັດຄ້ານທ່ານປະທານາທິບໍດີ Pierre Nkurunziza ອອກສະໝັກຮັບເລືອກຕັ້ງອາຍຸການທີ 3. ໃນຖະແຫຼງການເມື່ອວັນທີ 11/5, ທູດພິເສດຂອງ ອີຢູ ທ່ານ Koen Vervaeke ຮຽກຮ້ອງໃຫ້ລັດຖະບານ ບູຣູນດີ ນຳໃຊ້ບັນດາມາດຕະການເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ໂຈະການເລືອກຕັ້ງ. ຕາມທ່ານ Vervaeke ແລ້ວ, ບູຣູນດີ ບໍ່ຕອບສະໜອງໄດ້ເງື່ອນໄຂຢ່າງໜ້ອຍສຸດເພື່ອດຳເນີນການເລືອກຕັ້ງ, ນັ້ນແມ່ນສິດເສລີຂອງພາຫະນະສື່ມວນຊົນ ແລະ ບັນດາການແຫ່ຂະບວນປະທ້ວງໃນສັນຕິພາບ.