ພາບປະກອບ
|
(vovworld) – ທີ່ການປະຊຸມດຳເນີນໄປຢູ່ນະຄອນຫຼວງ ແບກແລງ (ປະເທດ ເຢຍລະມັນ), ການນຳ ເຢຍລະມັນ, ຝຣັ່ງ ພ້ອມກັບບັນດາເຈົ້າໜີ້ສາກົນຂອງ ເກຼັກ ເຫັນດີເປັນເອກະສັນເຮັດວຽກ “ຢ່າງຮີບດ່ວນທີ່ສຸດ” ໃນຊຸມວັນຈະມາເຖິງເພື່ອບັນລຸໄດ້ຂໍ້ຕົກລົງໃນການເຈລະຈາກ່ຽວກັບໜີ້ສິນກັບ Athens ທີ່ພວມຕົກເຂົ້າໃນສະພາບບໍ່ມີທາງອອກ, ພາຍຫຼັງທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ຕຳນິຕິຕຽນກຸ່ມເຈົ້າໜີ້ສາກົນຍົກອອກ ບັນດາຄຳຮຽກຮ້ອງປະຕິຮູບແບບ “ໄຮ້ເຫດຜົນ”, ອັນໄດ້ກີດຂວາງການເຈລະຈາແກ້ໄຂວິກິດການໜີ້ສິນຂອງປະເທດສະມາຊິກກຸ່ມນຳໃຊ້ສະກຸນເງິນ ເອີໂຣລວມ (Eurozone) ພວມປະສົບກັບໄພລົ້ມລະລາຍນີ້. ເນື່ອງໃນໂອກາດນີ້, ເກຼັກ ໄດ້ສົ່ງເຖິງບັນດາເຈົ້າໜີ້ຂໍ້ສະເໜີປະຕິຮູບສັງລວມເພື່ອແນໃສ່ນຳ Athens ຫລຸດພົ້ນອອກຈາກວິກິດການ.