(VOVWORLD) - ສະຫະພາບເອີຣົບ (ອີຢູ) ໄດ້ເຫັນດີຈັດ ການາດາ ພ້ອມດ້ວຍ 10 ປະເທດ ແລະ ເຂດແຄວ້ນອື່ນ ເຂົ້າໃນບັນຊີລາຍຊື່ບັນດາປະເທດ ແລະ ເຂດແຄວ້ນທີ່ສາມາດໄປ - ມາ ໄດ້ຢ່າງປອດໄພ ໂດຍບໍ່ຈຳເປັນຕ້ອງມີເຫດຜົນທີ່ຈຳເປັນ.
ສະໜາມບິນສາກົນ Toronto ຢູ່ Mississauga, Ontario, ການາດາ (ພາບ: THX/TTXVN) |
ຕາມບັນດານັກການທູດ ອີຢູ ແລ້ວ, ຜູ້ຕາງໜ້າ 27 ປະເທດສະມາຊິກ ອີຢູ ໄດ້ເຫັນດີເປັນເອກະພາບບັນຊີລາຍຊື່ເພີ່ມເຕີມດັ່ງກ່າວ ໃນກອງປະຊຸມວັນທີ 30 ມິຖຸນາ ແລະ ຂໍ້ຕົກລົງດັ່ງກ່າວຈະມີຜົນສັກສິດໃນຊຸມວັນຈະມາເຖິງ. ບັນຊີລາຍຊື່ເພີ່ມເຕີມ ລວມມີ ອາກເມເນຍ, ອາແຊັກໄບຢານ, ບົດສະນີ - ແຮັກເຊໂກວີນາ, ບຣູໄນ, ການາດາ, ຈໍແດນ, Kosovo (Serbia), ມົນດາວີ, Montenegro, ກາຕາ ແລະ ອາຣັບບີ ສະອຸດິ. ອັງກິດ ບໍ່ນອນໃນບັນຊີລາຍຊື່ດັ່ງກ່າວ.
ເຖິງຢ່າງໃດກໍຕາມ, ບັນດ0າປະເທດສະມາຊິກ ອີຢູ ກໍຍັງສາມາດຮຽກຮ້ອງໃຫ້ແຈ້ງໃບຢັ້ງຢືນການກວດວິໄຈເປັນລົບກັບເຊື້ອພະຍາດໂຄວິດ - 19 ຫຼື ປະຕິບັດແຍກຕົວ.