ອີຢູ ຊອກຫາວິທີຮັດແຄບຄວາມບໍ່ລົງລອຍກັນກ່ຽວກັບອະນາຄົດຂອງ ເອີລົບ
(ພາບປະກອບ)
(vovworld) - ວັນທີ 10/03, ກອງປະຊຸມສຸດຍອດສະຫະພາບ ເອີລົບ (ອີຢູ) ໄດ້ສິ້ນສຸດລົງພາຍຫລັງວາລະປະຊຸມຂອງ 27 ປະເທດສະມາຊິກ, ໂດຍບໍ່ມີການເຂົ້າຮ່ວມຂອງ ອັງກິດ, ເພື່ອປຶກສາຫາລືກ່ຽວກັບອະນາຄົດຂອງ ເອີລົບ. ທີ່ກອງປະຊຸມ, ບັນດາການນຳ ອີຢູ ໄດ້ຊອກຫາວິທີຫຍັບມໍ່ເຂົ້າກັນ ບົນພື້ນຖານຫຼັກໝັ້ນສະເພາະ, ໃນຈຸດໝາຍທີ່ຮຽບຮຽງຖະແຫຼງການຮ່ວມສະບັບໜຶ່ງ ຊຶ່ງຄາດວ່າ ຈະປະກາດໃນວັນທີ 25/03 ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນເຊັນສົນທິສັນຍາສ້າງຕັ້ງສະຫະພາບຢູ່ ໂຣມ, ອີຕາລີ. ທີ່ການປະຊຸມຂ່າວສິ້ນສຸດກອງປະຊຸມ, ທ່ານ Jean Claude Juncker ປະທານຄະນະກຳມະການ ເອີລົບ ໄດ້ສະແດງໃຫ້ເຫັນວ່າ ບໍ່ມີເຈດຈຳນົງກໍ່ຄວາມແບ່ງແຍກ ດ້ວຍບົດລະຄອນ “ເອີລົບ ຫລາຍຮູບຫລາຍສີ”. ເຖິງຢ່າງໃດກໍ່ຕາມ ບາງປະເທດ ເອີລົບຕາເວັນອອກຄື ໂບໂລຍ ແລະ ຮຸງກາຣີ ມີຄວາມວິຕົກກັງວົນ ຖ້າຫາກເຂົາເຈົ້າບໍ່ເຂົ້າຮ່ວມໃນບັນດາການພົວພັນ “ຮ່ວມມືເພີ່ມທະວີ” ຈະຖືກຢືນຢູ່ນອກວິວັດການຕັດສິນຂອງກຸ່ມ ແລະ ມີໄພອັນຕະລາຍກາຍເປັນ “ປະເທດຊັ້ນ 2” ໃນອີຢູ.