ອີຢູ ຕໍ່ກຳນົດບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງເລື່ອງ ລັດເຊຍ ໂຮມແຫຼມ Crimea ແລະ Sevastopol ເຂົ້ານຳກັນ

(VOVWORLD) - ສະພາສະຫະພັນເອີລົບ ໄດ້ຕົກລົງຕໍ່ກຳນົດເວລາບັນດາມາດຕະການລົງໂທດສຳລັບ ລັດເຊຍ ຮອດວັນທີ 23 ມິຖຸນາ 2023 ທີ່ກ່ຽວຂ້ອງເຖິງເລື່ອງປະເທດນີ້ໂຮມແຫຼມ Crimea ແລະ ນະຄອນ Sevastopol ເຂົ້ານຳກັນ
 
ອີຢູ ຕໍ່ກຳນົດບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງເລື່ອງ ລັດເຊຍ ໂຮມແຫຼມ Crimea ແລະ Sevastopol ເຂົ້ານຳກັນ - ảnh 1ພາບປະກອບ

ວັນທີ 20 ມິຖຸນາ, ສະພາສະຫະພັນເອີລົບ ໄດ້ຕົກລົງຕໍ່ກຳນົດເວລາບັນດາມາດຕະການລົງໂທດສຳລັບ ລັດເຊຍ ຮອດວັນທີ 23 ມິຖຸນາ 2023 ທີ່ກ່ຽວຂ້ອງເຖິງເລື່ອງປະເທດນີ້ໂຮມແຫຼມ Crimea ແລະ ນະຄອນ Sevastopol ເຂົ້ານຳກັນ. ໃນເດືອນ ມິຖຸນາ 2014, ສະພາຫະສະພັນເອີລົບ ໄດ້ຮັບຮອງເອົາບັນດາມາດຕະການລົງໂທດ, ແນໃສ່ໂຕ້ຕອບເລື່ອງ ລັດເຊຍ ໂຮມແຫຼມ Crimea ແລະ ນະຄອນ Sevastopol ເຂົ້ານຳກັນ. ນັບແຕ່ນັ້ນມາຮອດປະຈຸບັນ, ບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງບັນຫາດັ່ງກ່າວໄດ້ຕໍ່ກຳນົດເວລາ, ແກ່ຍາວຢ່າງຕໍ່ເນື່ອງ. ບັນດາມາດຕະການລົງໂທດລວມມີການ ຫ້າມນຳເຂົ້າບັນດາຜະລິດຕະພັນຈາກ Crimea ແລະ ນະຄອນ Sevastopol ເຂົ້າ ອີຢູ, ຫ້າມລົງທຶນເຂົ້າການກໍ່ສ້າງພື້ນຖານໂຄງລ່າງ, ການບໍລິການທ່ອງທ່ຽວຢູ່ Crimea ແລະ ນະຄອນ Sevastopol.

ຕອບກັບ

ຂ່າວ/ບົດ​ອື່ນ