(VOVWORLD) - ຕາມຂໍ້ຕົກລົງແລ້ວ, ບັນດາປະເທດບໍ່ຮັບຜູ້ຂໍລີ້ໄພຈະປະກອບຈຳນວນເງິນຂຶ້ນເຖິງ 20.000 ເອີໂລ/ຄົນ ໃສ່ກອງທຶນໂດຍ ອີຢູ ຄຸ້ມຄອງເພື່ອໜູນຊ່ວຍຜູ້ລີ້ໄພ.
(ພາບປະກອບ: AFP/TTXVN)
|
ທີ່ກອງປະຊຸມຂອງລັດຖະມົນຕີກະຊວງພາຍໃນ 27 ປະເທດສະມາຊິກສະຫະພາບ ເອີລົບ (ອີຢູ) ເຊິ່ງຈັດຂຶ້ນໃນວັນທີ 08 ມິຖຸນາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ປະເທດຕ່າງໆບັນລຸໄດ້ຂໍ້ຕົກລົງອະນຸຍາດໃຫ້ບັນດາປະເທດສະມາຊິກແບ່ງປັນການຮັບຈຳນວນຜູ້ຂໍລີ້ໄພ ຫຼື ປະກອບສ່ວນໃຫ້ກອງທຶນລວມໂດຍ ອີຢູ ຄຸ້ມຄອງເພື່ອເບິ່ງແຍງດູແລຜູ້ລີ້ໄພ.
ກ່າວຄຳເຫັນທີ່ການຖະແຫຼງຂ່າວຫຼັງການປະຊຸມຂ່າວໃນວັນດຽວກັນ, ທ່ານນາງ ລັດຖະມົນຕີກະຊວງພາຍໃນ ຊູແອັດ Maria Stenergard, ປະທານຈັດບັນດາການເຈລະຈາໃຫ້ຮູ້ວ່າ, ຕາມຂໍ້ຕົກລົງແລ້ວ, ບັນດາປະເທດບໍ່ຮັບຜູ້ຂໍລີ້ໄພຈະປະກອບຈຳນວນເງິນຂຶ້ນເຖິງ 20.000 ເອີໂລ/ຄົນ ໃສ່ກອງທຶນໂດຍ ອີຢູ ຄຸ້ມຄອງເພື່ອໜູນຊ່ວຍຜູ້ລີ້ໄພ.
ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Ylva Johansson, ກຳມະການ ອີຢູ ກ່ຽວກັບບັນດາບັນຫາພາຍໃນແລ້ວ, ບັນຫາຜູ້ລີ້ໄພທີ່ຖືກປະຕິເສດຈະໄດ້ສົ່ງໄປໃສຍັງເປັນຂໍ້ຕິດຄັດໃຫຍ່ສຸດໃນບັນດາການເຈລະຈາ. ທ່ານນາງໃຫ້ຮູ້ວ່າ, ປະຈຸບັນ, ຍັງບໍ່ທັນມີຂໍ້ຕົກລົງລະອຽດ ແລະ ບັນຫານີ້ຕ້ອງໄດ້ພິຈາລະນາຕື່ມອີກ.