ອີຢູ ຢັ້ງຢືນຄືນບັນດາວິທີສຳຜັດຍຸດທະສາດກັບ ຈີນ ແລະ ປຶກສາຫາລືກ່ຽວກັບຊັບສິນຂອງ ລັດເຊຍ ທີ່ຖືກອາຍັດ ຢູ່ ອີຢູ
(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດສະຫະພາບເອີຣົບ (ອີຢູ) ທີ່ຫາກໍດຳເນີນໃນວັນທີ 29 – 30 ມິຖຸນາ ຢູ່ນະຄອນຫຼວງ ບຣຸກແຊນ ຂອງ ແບນຊິກ, ບັນດາການນຳ ອີຢູ ກໍໄດ້ຢັ້ງຢືນຄືນວິທີການສຳຜັດຍຸດທະສາດກັບ ປັກກິ່ງ ໃນຫຼາຍດ້ານ ເມື່ອຖື ຈີນ ທັງເປັນຄູ່ຮ່ວມມື, ທັງເປັນຄູ່ແຂ່ງແກ້ງແຍ້ງ ແລະ ຄູ່ແຂ່ງທີ່ມີລະບົບການຈັດຕັ້ງ.
ທ່ານປະທານສະພາເອີຣົບ Charles Michel (ພາບ: Olivier Matthys/AFP) |
ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງສິ້ນສຸດກອງປະຊຸມ, ວັນທີ 30 ມິຖຸນາ, ທ່ານປະທານສະພາ ເອີຣົບ Charles Michel, ເນັ້ນໜັກວ່າ ອີຢູ ຈະສືບຕໍ່ຮ່ວມມືກັບ ຈີນ ເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ພ້ອມທັງສົ່ງເສີມປະເທດນີ້ໃຫ້ມີການເຄື່ອນໄຫວທີ່ມັກໃຫຍ່ໄຝ່ສູງກວ່າ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ, ບັນດາບັນຫາກ່ຽວກັບດ້ານສາທາລະນະສຸກ, ຮັບມືກັບໂລກລະບາດ, ຄ້ຳປະກັນສະບຽງອາຫານ, ຫຼຸດຜ່ອນຄວາມສ່ຽງກ່ຽວກັບໄພພິບັດ, ລົບລ້າງໜີ້ ແລະ ການຊ່ວຍເຫຼືອມະນຸດສະທຳ.
ທີ່ການຖະແຫຼງຂ່າວສິ້ນສຸດກອງປະຊຸມ, ຕາມທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen, EC ຈະສະເໜີການເກັບພາສີສຳລັບຊັບສິນຄົງທີ່ຂອງທະນາຄານສູນກາງ ລັດເຊຍ. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ພັດສະແດງຄວາມລະມັດລະວັງພໍສົມຄວນສຳລັບຜົນສຳເລັດຂອງບາດກ້າວເດີນດັ່ງກ່າວ, ຍ້ອນຕ້ອງການມີຄວາມເຫັນດີເຫັນພ້ອມຂອງ 27 ປະເທດສະມາຊິກທັງໝົດ.