ອີ​ຢູ ແລະ ລັດ​ເຊຍ ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື

(VOVWORLD) - ວັນທີ 5 ກຸມພາ, ສະຫະພາບເອີຣົບ (ອີຢູ) ແລະ ລັດເຊຍ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືໂດຍບໍ່ຫົວຊາຕໍ່ບັນດາຄວາມບໍ່ລົງລອຍກັນລະຫວ່າງສອງຝ່າຍ.
ອີ​ຢູ ແລະ ລັດ​ເຊຍ ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານ Johsep Borrel - ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບກ່ຽວກັບດ້ານຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງ ອີຢູ  (ພາບ:AFP/TTXVN)
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວຮ່ວມ ກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov, ທ່ານ Johsep Borrel - ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບກ່ຽວກັບດ້ານຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງ ອີຢູ ຖືວ່າ ມີບັນດາບັນຫາ ເຊິ່ງ ອີຢູ ແລະ ມົດສະກູ ອາດຈະ ແລະ ຕ້ອງເຮັດວຽກນຳກັນ”. ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ສອງຝ່າຍລ້ວນແຕ່ສົນໃຈເຖິງການຮັກສາ ແລະ ເປີດກວ້າງຊ່ອງທາງເຈລະຈາ, ໃນນັ້ນ ລວມທັງບັນດາບັນຫາທີ່ຍັງມີຄວາມບໍ່ລົງລອຍກັນຢູ່.

        ທ່ານ Johsep Borrel ພວມ ຢ້ຽມຢາມ ລັດເຊຍ ໃນລະຫວ່າງວັນທີ 4 – 6 ກຸມພາ. ນີ້ກໍແມ່ນການຢ້ຽມຢາມ ລັດເຊຍ ເປັນຄັ້ງທຳອິດຂອງຜູ້ຕາງໜ້າຂັ້ນສູງຂອງ ອີຢູ ນັບແຕ່ປີ 2017 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ