ອີຣັກຖະແຫຼງປົດປ່ອຍນະຄອນFallujahຢ່າງສົມບູນ
(ພາບປະກອບ: THX/TTXVN)
(vovworld) - ພົນຕີ Abdul Wahab Al Saadi, ຜູ້ທີ່ບັນຊາບັ້ນຮົບຂອງກອງທັບອີຣັກ ຍາດໄດ້ສິດຄວບຄຸ້ມນະຄອນ Fallujah ຈາກກຳມື້ຂອງອົງການກໍ່ການຮ້າຍລັດອິດສະລາມ (IS) ອ້າງຊື່ເອງ ໃຫ້ຮູ້ວ່າ, ນະຄອນນີ້ໄດ້ຮັບການປົດປ່ອຍຢ່າງສົມບູນພາຍຫຼັງທີ່ຜັນຂະຫຍາຍບັ້ນຮົບເປັນເວລາ 1 ກວ່າເດືອນ. ເມື່ອຕອບສຳພາດຕໍ່ສື່ມວນຊົນໃນວັນທີ 26/06, ພົນຕີ Abdul Wahab Al Saadi ຢືນຢັນວ່າ, ກອງທັບອີຣັກ ໄດ້ບຸກເຂົ້າເມືອງ Jolan ທາງທິດຕາເວັນຕົກສ່ຽງເໜືອຂອງນະຄອນ, ເຊິ່ງແມ່ນເຂດສຸດທ້າຍຂອງນະຄອນ Fallujah ທີ່ຍັງຢູ່ພາຍໃຕ້ການຄວບຄຸ້ມຂອງ IS. ຕາມແຜນການແລ້ວ, ກອງທັບອີຣັກ ຈະດຳເນີນການບຸກໂຈມຕີໂດຍໄວເພື່ອປົດປ່ອຍນະຄອນ Mosul, ເຊິ່ງຖານທີ່ໝັ້ນໃຫຍ່ສຸດຂອງ IS ຢູ່ອີຣັກ.