ອີຣັກປົດປ່ອຍ 4 ບ້ານທາງພາກໃຕ້ນະຄອນ Mosul ຈາກກຳມື IS
ອີຣັກປົດປ່ອຍ 4 ບ້ານທາງພາກໃຕ້ນະຄອນ Mosul ຈາກກຳມື IS
(ພາບ: AFP/TTXVN)
(vovworld) - ແຫຼ່ງຂ່າວທະຫານຈາກອີຣັກ ໃຫ້ຮູ້ວ່າ, ວັນທີ 13/08, ບັນດາກຳລັງປ້ອງກັນຄວາມສະຫງົບປະເທດນີ້ໄດ້ເປີດບັ້ນບຸກໂຈມຕີແນໃສ່ອົງການລັດອິດສະລາມ (IS) ອ້າງຊື່ເອງ ແລະ ຢຶດຄອງຄືນ 4 ບ້ານຢູ່ທາງພາກໃຕ້ ເຊິ່ງແມ່ນເຮືອນຮັງຂອງ IS ຢູ່ນະຄອນ Mosul, ເມືອງເອກ Nineveh, ຂຶ້ນກັບທາງພາກເໜືອອີຣັກ. ຕາມຜູ້ບັນຊາການບັ້ນຮົບປົດປ່ອຍ Nineveh, ພົນຈັດຕະວາ Najim al Jubouri ແລ້ວ, ໂດຍໄດ້ຮັບການໜູນຊ່ວຍຈາກບັນດາເຮືອບິນສຸຮົບຂອງກຳລັງທະຫານປະສົມໂດຍອາເມລິກາ ນຳໜ້າ, ບັນດາກຳລັງປ້ອງກັນຄວາມສະຫງົບໄດ້ເລີ່ມບຸກໂຈມຕີແນໃສ່ບັນດາສະຖານທີ່ຂອງ IS ຢູ່ບັນດາບ້ານຕັ້ງກະແຈກກະຈາຍຢູ່ຝັ່ງຕາເວັນຕົກ ແມ່ນ້ຳ Tigris, ໃກ້ກັບເທດສະບານ Qayyara ຖືກ IS ຄວບຄຸມ. ພາຍຫຼັງການປະທະກັນຢ່າງຮຸນແຮງເປັນເວລາຫຼາຍຊົ່ວໂມງ, ບັນດາພົນທະຫານຍາດໄດ້ສິດຄວບຄຸ້ມ 4 ບ້ານ, ພ້ອມທັງດັບສູນພວກກະບົດ 57 ຄົນ, ໃນນັ້ນມີ 7 ຄົນວາງສະເບີດສະຫຼະຊີບ. ບາດກ້າວທີ່ບັນລຸໄດ້ໃນສະພາບທີ່ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ພວມກະກຽມໃຫ້ບັ້ນຮົບໂຈມຕີໃຫ້ IS ຖອນອອກຈາກເທດສະບານ Qayyara ເພື່ອແນໃສ່ປົດປ່ອຍເຂດທີ່ເປັນເຮືອນຮັງສຸດທ້າຍຂອງອົງການນີ້ຢູ່ Mosul, ຫ່າງຈາກນະຄອນຫຼວງ ແບກແດດ ໄປທາງທິດເໜືອ 400 ກ.ມ.