(vovworld) – ວັນທີ 26/09, ອີຣັກ ໄດ້ແຈ້ງວ່າ, ບັນດາເຈົ້າໜ້າທີ່ການທະຫານຂອງປະເທດນີ້ບັນລຸໄດ້ຂໍ້ຕົກລົງຮ່ວມມືດ້ານປ້ອງກັນຄວາມສະຫງົບ ແລະ ສືບລາຊະການລັບກັບລັດເຊຍ, ອີຣານ ແລະ ຊີຣີ ເພື່ອຮັບມືກັບໄພນາບຂູ່ຈາກກຸ່ມລັດອິດສະລາມ IS ຂະໜານນາມເອງ. ແຈ້ງການຂອງກອງບັນຊາການຍຸດບັ້ນຮົບປະສົມ ສັງກັດກອງທັບອີຣັກ ໃຫ້ຮູ້ຂໍ້ຕົກລົງກ່ຽວກັບການຮ່ວມມືດັ່ງກ່າວໄດ້ຮັບການຮັບຮອງເອົາຈາກບັນດາປະເທດ ດ້ວຍຄວາມວິຕົກກັງວົນທີ່ນັບມື້ນັບເພີ່ມຂຶ້ນຂອງ ມົດສກູ ກ່ຽວກັບການມີໜ້າຂອງພວກກໍ່ການຮ້າຍນັບພັນຄົນທີ່ມາຈາກລັດເຊຍ ພວມດຳເນີນບັນດາການເຄື່ອນໄຫວອາດຊະຍາກຳພ້ອມກັບ IS.