ອີ​ຣານ​ຖະ​ແຫຼງວ່າ​ບໍ່​ຍົກ​ເລີກ​ໂຄງ​ການ​ລູກ​ສອນ​ໄ​ຟ, ນ​ິ​ວ​ເຄຼຍ

(VOVWORLD) -  ວັນທີ 4 ມິຖຸນາ, ການນຳສູງສຸດຂອງອີຣານ ທ່ານ Khamenei ໄດ້ຢັ້ງຢືນວ່າ ອີຣານຈະບໍ່ຍົກເລີກໂຄງການນິວເຄຼຍ ແລະ ລູກສອນໄຟໄຂອງຕົນແລະຈະບໍ່ປະໃຫ້ຕົນ “ຫຼົງກົນ”ຕໍ່ຄຳສະເໜີເຈລະຈາຂອງທ່ານ ປະທານາທິບໍດີ ອາເມລິກາ Donald Trump.
ອີ​ຣານ​ຖະ​ແຫຼງວ່າ​ບໍ່​ຍົກ​ເລີກ​ໂຄງ​ການ​ລູກ​ສອນ​ໄ​ຟ, ນ​ິ​ວ​ເຄຼຍ - ảnh 1ການທົດລອງລຸກສອນໄຟຂອງອີຣານ (ພາບ: AFP/TTXVN)

ການນຳສູງສຸດຂອງ ອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງການນຳຂອງ ອາເມລິກາ ຍົກອອກຄຳສະເໜີ ເຈລະຈາ ໃນທ່າມກາງການພົວພັນລະຫວ່າງສອງຝ່າຍພວມຖືກຍູ້ເຂົ້າການສູ້ຢັນກັນມາພໍດີເປັນເວລາ 1 ປີ, ພາຍຫຼັງວໍຊິງຕັນຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍລະຫວ່າງ ອີຣານ ກັບ ກຸ່ມ P5 +1 ເພື່ອແນໃສ່ລະງັບໂຄງການນິວເຄຼຍຂອງ ເຕເຮຣານ ເພື່ອແລກປ່ຽນເອົາເລື່ອງຍົກເລີກບັນດາຄຳສັ່ງຂວໍ້າບາດ. ຕາມທ່ານ Khameneiແລ້ວ, ອາເມລິກາຈະ “ບໍ່ສາມາດຢຶດເອົາໂຄງການລູດສອນໄຟຂອງອີຣານໄດ້” ແລະ ຖືວ່າ, ຄຳໝັ້ນສັນຍາຂອງທ່ານ ປະທານາທິບໍດີ Donald Trump ກ່ຽວກັບເລື່ອງ “ຈະບໍ່ຊອກຫາວິທີການປ່ຽນແປງລະບອບຢູ່ອີຣານ” ຈະບໍ່ຕົບຕາວົງການການນຳຂອງປະເທດອິດສະລາມນີ້.

ຕອບກັບ

ຂ່າວ/ບົດ​ອື່ນ