ອີຣານວາງເງື່ອນໄຂເຈລະຈາກັບອາເມລິກາ

(VOVWORLD) -ວັນທີ 14 ກໍລະກົດ, ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ, ເຕເຮຣານ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ ຖ້າຫາກວ່າ ວໍຊິງຕັນ ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍປີ 2015 ຄືນໃໝ່ ແລະ ຍົກເລີກບັນດາຄຳສັ່ງລົງໂທດໃນປະຈຸບັນ.

ອີຣານວາງເງື່ອນໄຂເຈລະຈາກັບອາເມລິກາ - ảnh 1  ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: IRNA/TTXVN)

ການນຳອີຣານ ກໍ່່ຍ້ອງຍໍຊົມເຊຍເລື່ອງເຕເຮຣານ ອາດສາມາດຮັບມືຕ້ານບັນດາຄຳສັ່ງລົງໂທດທີ່ແຂງກະດ້າງຂອງ ວໍຊິງຕັນ ໃນຫຼາຍເດືອນຜ່ານມາ, ພ້ອມທັງຖືວ່າ, ຄວາມກົດດັນຂອງອາເມລິກາ ຕໍ່ອີຣານ ແມ່ນບໍ່ມີຜົນປະໂຫຍດ.

        ຄຳກ່າວປາໄສຂອງທ່ານປະທານາທິບໍດີອີຣານ ຖືກຍົກອອກມາໃນສະພາບຄວາມເຄັ່ງຕຶງລະຫວ່າງເຕເຮຣານ ແລະ ວໍຊິງຕັນ ພວມເພີ່ມຂຶ້ນ, ໃນນັ້ນລວມທັງເລື່ອງອາເມລິກາ ສ້າງແຜນການໃຫ້ແກ່ການບຸກໂຈມຕີ, ເຖິງວ່າໄດ້ຍົກເລີກຫຼັງຈາກນັ້ນ ຕໍ່ກັບ ອີຣານ ເພື່ອແນໃສ່ໂຕ້ຕອບເລື່ອງເຮືອບິນບໍ່ມີຄົນຂັບຂອງອາເມລິກາ ຖືກຍິງຕົກ - ເຊິ່ງຝ່າຍອີຣານ ຖືວ່າແມ່ນນອນໃນເຂດນ່ານຟ້າຂອງປະເທດນີ້. ອີຣານ ກໍ່ໄດ້ຖອນບັນດາຄຳໝັ້ນສັນຍາຂອງຕົນຕາມຂໍ້ຕົກລົງນິວເຄຼຍ ເຊິ່ງອາເມລິກາ ໄດ້ຖອນຕົວເມື່ອປີ 2018, ດຳເນີນການເສີມທາດ ຢູລານຽມ ຫຼາຍກວ່າເມື່ອທຽບໃສ່ສົນທິສັນຍາທີ່ໄດ້ໃຫ້ອະນຸຍາດ ແລະ ເລີ່ມເສີມທາດອຸລານຽມ ຢູ່ໃນລະດັບສູງກວ່າ 3,76% ຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ