ອີຣານ​ເປີດ​ໂອ​ກາດ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ

(VOVWORLD) -ທ່ານ Mohammad Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ເນັ້ນໜັກວ່າ ອີຣານ ຈະບໍ່ອະນຸຍາດໃຫ້ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນຂອງຕົນ ແຕ່ຍັງເປີດໂອກາດຮ່ວມມືກ່ຽວກັບບັນຫານ້ຳມັນບໍ່, ກໍ່ຄືຮັບປະກັນຄວາມໝັ້ນຄົງໃຫ້ເຂດອ່າວເປີເຊຍ.

ໃນການຕອບສຳພາດທີ່ໄດ້ລົງພິມໃນໜັງສືພິມ Etmad ສະບັບອອກໃນວັນທີ 23 ມັງກອນ, ທ່ານ Mohammad Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ເນັ້ນໜັກວ່າ ອີຣານ ຈະບໍ່ອະນຸຍາດໃຫ້ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນຂອງຕົນ ແຕ່ຍັງເປີດໂອກາດຮ່ວມມືກ່ຽວກັບບັນຫານ້ຳມັນບໍ່, ກໍ່ຄືຮັບປະກັນຄວາມໝັ້ນຄົງໃຫ້ເຂດອ່າວເປີເຊຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Zarif ຍັງຊີ້ແຈ້ງວ່າ ການມີໜ້າຂອງປະເທດຢູ່ນອກພາກພື້ນອ່າວເປີເຊຍ ໄດ້ສ້າງຄວາມຂາດຄວາມໝັ້ນຄົງ.

ກ່ອນໜ້ານັ້ນ 1 ວັນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ ຈົ່ງຍົກເລິກບັນດາຄຳສັ່ງລົງໂທດ ໂດຍອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump ຈັດວາງຕໍ່ປະເທດສາທາລະນະອິດສະລາມນີ້, ເພື່ອແນໃສ່ກູ້ເອົາຂໍ້ຕົກລົງນິວເຄຼຍ ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ