ອີ​ຣານ​ ຈະ​ປະ​ຕິ​ບັດ​ຂໍ​້​ຕົກ​ລົງ​ນິວ​ເຄຼຍ ຖ້າ​ຫາກວ່າ ອາ​ເມ​ລິ​ກາ ກ​ໍ່​ປະ​ຕິ​ບັດນຳ

(VOVWORLD) -ພາຍຫຼັງ ອາເມລິກາ ປະຕິບັດຕາມຂໍ້ຕົກລົງນິວເຄຼຍ, ອີຣານ ກໍ່ຈະປະຕິບັດຕາມ. ນີ້ແມ່ນຄຳຢັ້ງຢືນທີ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mahammad Javad Zarif ຫາກໍ່ໄດ້ຍົກອອກມາ.
ອີ​ຣານ​ ຈະ​ປະ​ຕິ​ບັດ​ຂໍ​້​ຕົກ​ລົງ​ນິວ​ເຄຼຍ ຖ້າ​ຫາກວ່າ ອາ​ເມ​ລິ​ກາ ກ​ໍ່​ປະ​ຕິ​ບັດນຳ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mahammad Javad Zarif (ພາບ: AFP)

ທ່ານ Javad Zarif ກ່າວວ່າ ອາເມລິກາ ຕ້ອງກັບຄືນສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ ປີ 2015 ເພື່ອແກ້ໄຂສະພາບການຈົນຕາແຈໃນບັນດາການເຈລະຈາລະຫວ່າງບັນດາຝ່າຍ. ຕາມທ່ານ Javad Zarif ແລ້ວ, ພາຍຫຼັງ ອາເມລິກາ ປະຕິບັດ, ອີຣານ ກໍ່ຈະປະຕິບັດຕາມ ແລະ ເຊື່ອມຕໍ່ການເຈລະຈາຄືນໃໝ່. ອີຣານ ໄດ້ສະເໜີໃຫ້ ອາເມລິກາ ຈົ່ງຍົກເລີກກ່ວາ 1000 ຄຳສັ່ງລົງໂທດ  ເຊິ່ງ ອຳນາດການປົກຄອງຂອງ ທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ຈັດວາງໃສ່ ອີຣານ. ທ່ານ Javad Zarif ກໍ່ກ່າວເຕືອນວ່າ ອີຣານ ບໍ່ມີທາງເລືອກໃດ ນອກຈາກການປະຕິບັດຕາມກົດໝາຍທີ່ໄດ້ສະພາແຫ່ງຊາດຮັບຮອງເອົາເພື່ອເປີດກ້ວາງໂຄງການນິວເຄຼຍ ຍົກເວັ້ນ ແຕ່ກໍລະນີ ອາເມລິກາ ປະຕິບັດຕາມຂໍ້ຕົກລົງປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ