ອີ​ຣານ ຍົກ​ອອກ​ເງື່ອນ​ໄຂ ເມື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ JCPOA

(VOVWORLD) - ວັນທີ 9 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf ໄດ້ຖະແຫຼງໃນກອງປະຊຸມລັບຂອງສະພາແຫ່ງຊາດຂອງປະເທດນີ້ວ່າ, ມີເນື້ອໃນ 4 ປະການຄວນໄດ້ຮັບຄວາມເອົາໃຈໃສ່ເມື່ອດຳເນີນການເຈລະຈາຢູ່ ວຽນ (ໂອຕາລິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA).
 ອີ​ຣານ ຍົກ​ອອກ​ເງື່ອນ​ໄຂ ເມື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ JCPOA - ảnh 1ທ່ານປະທານສະພາແຫ່ງຊາດ ອີຣານ Mohammad Baqer Qalibaf (ພາບ: Icana/TTXVN)

ຕາມນັ້ນແລ້ວ, ເນື້ອໃນທຳອິດແມ່ນ ຕ້ອງຍົກເລີກບັນດາຄຳສັ່ງລົງໂທດ, ລວມທັງບັນດາຄຳສັ່ງລົງໂທດ ທີ່ລະບຸໃນຂໍ້ຕົກລົງ JCPOA ກໍຄືບັນດາຄຳສັ່ງລົງໂທດ ໂດຍອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ຈັດວາງ. ເນື້ອໃນທີ 2 ແມ່ນ ເລື່ອງ ອີີຣານ ໄດ້ຮັບອະນຸຍາດໃຫ້ກວດກາການຍົກເລີກບັນດາຄຳສັ່ງລົງໂທດ. ເນື້ອໃນທີ 3 ແມ່ນ ອີີີຣານ ຈະບໍ່ດຳເນີນການເຈລະຈາກັບ ອາເມລິກາ ກ່ອນທີ່ປະເທດນີ້ຈະຍົກເລີກທຸກຄຳສັ່ງລົງໂທດ. ເນື້ອໃນທີ 4 ແມ່ນ ບັນຫາກ່ຽວກັບບັນດາກົດໝາຍທີ່ ສະພາແຫ່ງຊາດ ອີຣານ ໄດ້ຮັບຮອງເອົາ ກໍຄືບັນດານະໂຍບາຍ ທີ່ໄດ້ປະກາດໃຊ້ ແມ່ນຕ້ອງໄດ້ຮັບຄວາມເຄົາລົບໃນການເຈລະຈາ.

        ນັບແຕ່ຕົ້ນເດືອນ ເມສາ ຜ່ານມາ, ລັດເຊຍ, ຈີນ, ເຢຍລະມັນ, ຝລັ່ງ, ອັງກິດ ແລະ ອີຣານ ໄດ້ຈັດຕັ້ງການເຈລະຈາຄັ້ງຕ່າງໆ ຢູ່ ວຽນ (ໂອຕາລິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງ JCPOA ແລະ ນຳ ອາເມລິກາ ກັບຄືນເຂົ້າສູ່ການປະຕິບັດຂໍ້ຕົກລົງດັ່ງກ່າວ. 

ຕອບກັບ

ຂ່າວ/ບົດ​ອື່ນ