ອີຣານ ຕົກລົງເຫັນດີເຊື່ອມຕໍ່ການໃສ່ກ້ອງຖ່າຍຕິດຕາມ ນິວເຄຼຍ ຄືນໃຫມ່
(VOVWORLD) -ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ມີການໂອ້ລົມສົນທະນາມີລັກສະນະສ້າງສັນ ກັບ ບັນດາເຈົ້າຫນ້າທີ່ ອີຣານ ຢູ່ ນະຄອນຫລວງ ເຕເຮຣານ.
ຮາກຖານ ນິວເຄຼຍ ຜ່ານຮູບຂອງ ດາວທຽມ. ພາບ:AFP/TTXVN |
ວັນທີ 4 ມີນາ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ອີຣານ ໄດ້ຕົກລົງເຫັນດີເຊື່ອມຕໍ່ການໃສ່ກ້ອງຖ່າຍຕິດຕາມຢູ່ບາງສະຖານທີ່ ນິວເຄຼຍ ແລະ ເພີ່ມທະວີຄວາມຄຶບຫນ້າການກວດກາ. ທ່ານ Rafael Grossi ມີການໂອ້ລົມສົນທະນາມີລັກສະນະສ້າງສັນ ກັບ ບັນດາເຈົ້າຫນ້າທີ່ ອີຣານ ຢູ່ ນະຄອນຫລວງ ເຕເຮຣານ.
ຕາມທ່ານ Rafael Grossi ແລ້ວ, ສິ່ງດັ່ງກ່າວແມ່ນມີຄວາມສຳຄັນ ເປັນຕົ້ນໃນສະພາບການບັນດາຝ່າຍມຸ່ງໄປເຖິງຄວາມສາມາດຟື້ນຟູຂໍ້ຕົກລົງ ນິວເຄຼຍ ໃນປີ 2015. ທ່ານ Rafael Grossi ກໍ່ສະແດງຄວາມພໍໃຈຕໍ່ການຢ້ຽມຢາມ ເຕເຮຣານ ແລະ ການຮ່ວມມື ກັບອີຣານ. ທ່ານເນັ້ນຫນັກວ່າ ການພົວພັນສອງຝ່າຍ ລະຫວ່າງ ອີຣານ ແລະ IAEA ຄວນສືບຕໍ່ຮ່ວມມືຢູ່ຂັ້ນສູງ.
ໃນຂະນະນັ້ນ, ປະທານາທິບໍດີ ອີຣານ Ebrahim Raisi ສະແດງຄວາມປາດຖະຫນາຢາກໃຫ້ IAEA ບໍ່ຖືກຜົນສະທ້ອນຈາກບັນດາປະເທດມະຫາອຳນາດ.