ອີຣານ ຖະແຫຼງການແຫ່ຂະບວນປະທ້ວງຈະລາຈົນໄດ້ສິ້ນສຸດລົງ

(VOVWORLD) -ວັນທີ 03 ມັງກອນ, ກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ (IRGC) ຖະແຫຼງວ່າ ກະແສຟອງຂາດສະຖຽນລະພາບທີ່ເກີດຂຶ້ນຢູ່ປະເທດສາທາລະນະລັດອິດສະລາມໃນ 2,3 ວັນຜ່ານມາ ໄດ້ສິ້ນສຸດລົງ ແລະ ລວມມີ 15.000 ຄົນເຂົ້າຮ່ວມບັນດາການເຄື່ອນໄຫວນີ້ ໃນທົ່ວປະເທດ.
ອີຣານ ຖະແຫຼງການແຫ່ຂະບວນປະທ້ວງຈະລາຈົນໄດ້ສິ້ນສຸດລົງ - ảnh 1 ການແຫ່ຂະບວນປະທ້ວງຈະລາຈົນ (ພາບ: AFP/TTXVN)

ກ່ອນໜ້ານັ້ນ ໃນວັນດຽວກັນ, ພະຄະດີນັນ ອີຣານ Ali Khamenei ຖືວ່າ: ພວກສັດຕູຂອງປະເທດນີ້ ໄດ້ແຊກແຊງເຂົ້າບັນດາການແຫ່ຂະບວນປະທ້ວງ ແລະ ເນັ້ນໜັກວ່າ ພວກສັດຕູຍາມໃດກໍ່ຊອກຫາໂອກາດ ກໍ່ຄືບໍ່ວ່າຊ່ອງຫວ່າງໃດໆ ເພື່ອຊຶມເຂົ້າ ແລະ ບຸກຕີ ອີຣານ, ດ້ວຍວິທີນຳໃຊ້ເຄື່ອງມືຫລາຍຢ່າງທີ່ແຕກຕ່າງກັນຄື: ການເມືອງ, ອາວຸດ, ວັດຖຸ ເພື່ອ “ສ້າງຄວາມວຸ້ນວາຍຕໍ່ລະບົບອິດສະລາມ”. ທ່ານ Ali Khamenei ບໍ່ເປີດເຜີຍຊື່ຂອງປະເທດໃດ ແຕ່ເວົ້າວ່າ ຈະອະທິບາຍລະອຽດກ່ວາໃນອະນາຄົດໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ