ອີຣານ ປະຕິເສດຂໍ້ສະເໜີຂອງການນຳ IAEA ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ

(VOVWORLD) -ທ່ານເອກອັກຄະລັດຖະທູດ Kazem Gharibabadi ຖືວ່າ, ເລື່ອງຍົກອອກບໍ່ວ່າການຕີລາຄາແບບໃດກ່ຽວກັບການປະຕິບັດຄຳໝັ້ນສັນຍາໃນຂໍ້ຕົກລົງແມ່ນເກີນສິດອຳນາດຂອງ IAEA ແລະ ບໍ່ຄວນເຮັດຄືແນວນັ້ນ.
ອີຣານ ປະຕິເສດຂໍ້ສະເໜີຂອງການນຳ IAEA ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ - ảnh 1(ພາບປະກອບ: AFP/TTXVN)

ອີຣານ ໄດ້ປະຕິເສດຂໍ້ສະເໜີຂອງການນຳອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ, ພາຍຫຼັງທີ່ອຳນາດການປົກຄອງທີ່ຈະມາເຖິງຂອງ ອາເມລິກາ ຈະຮຽກຮ້ອງໃຫ້ບັນລຸໄດ້ຂໍ້ຕົກລົງດ້ານນິວເຄຼຍສະບັບໃໝ່. ທ່ານ Kazem Gharibabadi, ເອກອັກຄະລັດຖະທູດອີຣານ ປະຈຳ IAEA ໄດ້ຍົກອອກຄຳຖະແຫຼງດັ່ງກ່າວພາຍຫຼັງທີ່ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA ໄດ້ເຕື້ອງເຖິງຄວາມອາດສາມາດຟື້ນຟູຂໍ້ຕົກລົງນິວເຄຼຍລະຫວ່າງອີຣານ ກັບກຸ່ມ P5+1 (JCPOA) ໃນວັນທີ 17 ທັນວາ ພາຍໃຕ້ສະໄໝທ່ານປະທານາທິບໍດີອາເລິກາ Joe Biden ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ. ທ່ານເອກອັກຄະລັດຖະທູດ Kazem Gharibabadi ຖືວ່າ, ເລື່ອງຍົກອອກບໍ່ວ່າການຕີລາຄາແບບໃດກ່ຽວກັບການປະຕິບັດຄຳໝັ້ນສັນຍາໃນຂໍ້ຕົກລົງແມ່ນເກີນສິດອຳນາດຂອງ IAEA ແລະ ບໍ່ຄວນເຮັດຄືແນວນັ້ນ.

        ໃນເຫດການທີ່ກ່ຽວຂ້ອງ, ໃນພາບຖ່າຍບາງແຜ່ນເຊິ່ງສຳນັກຂ່າວສານ AP ປະກາດໃນວັນທີ 18 ທັນວາ ໄດ້ຊີ້ໃຫ້ເຫັນວ່າ, ອີຣານ ໄດ້ເລີ່ມດຳເນີນການກໍ່ສ້າງຢູ່ສະຖານແຫ່ງໜຶ່ງທີ່ຂຶ້ນກັບຮາກຖານນິວເຄຼຍໃຕ້ດິນຢູ່ Fordo.

ຕອບກັບ

ຂ່າວ/ບົດ​ອື່ນ