ອີຣານ ຢືນຢັນວ່າ ບໍ່ປະລະສິດພັດທະນານິວເຄຼຍ

ອີຣານ ຢືນຢັນວ່າ ບໍ່ປະລະສິດພັດທະນານິວເຄຼຍ - ảnh 1
ທ່ານ​ປະທານາທິບໍດີອີຣານ Hassan Rowhani
(ພາບອີນເຕີແນດ)


(vovworld) - ກ່າວ​ຄຳ​ເຫັນ​ຕໍ່​ໜ້າບັນດາ​ນັກບວດ ຢູ່​ນະຄອນຫຼວງ Tehran, ​​​ໃນ​ວັນ​ທີ 10 ກັນຍາ, ທ່ານ​ປະທານາທິບໍດີອີຣານ Hassan Rowhani ຖະ​ແຫຼ​ງວ່າ ອີຣານ “ຈະ​ບໍ່​ປະລະ​ບໍ່​ວ່າ​ສິດ​ໃດ” ​ໃນ​ການ​ພັດທະນາ​ນິວ​ເຄຼຍ. ທ່ານ​ປະທານາທິບໍດີອີຣານ ບໍ່​​ແຈ້ງ​ລະອຽດກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ລົບ​ລ້າງ​ຄວາມ​ວິ​ຕົກ​ກັງວົນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ຂອງ​ອີຣານ, ​ແຕ່​ທ່ານ​ກ່າວ​ເຕື່ອນວ່າ ທຸກໆ​ຄວາມ​ກົດ​ດັນຈະ​ບໍ່​ເຮັດ​ໃຫ້​ອີຣານ ປະລະ​ສິດ​ຂອງ​ຕົນ ​ແລະ ​ເນັ້ນ​ໜັກ​ວ່າ “ຝ່າຍ​ຕາ​ເວັນ​ຕົກ​ຕ້ອງ​ເຂົ້າ​ໃຈ​ວ່າ ຈະ​ບໍ່​ສາມາດ​ບັນລຸ​ໄດ້​ໝາກຜົນ​ໃດໆ ຜ່ານ​ການ​ນາບ​ຂູ່ ​ແລະ ກໍ່​ຄວາມ​ກົດ​ດັນ”. ບັນດາ​ຄຳ​ວິຈານ​ດັ່ງ​ກາວ​ຂອງ​ທ່ານ Rowhani ​ຖືກ​ຍົກ​ອອກ​ມາ​ກ່ອນ​ດຳ​ເນີນ​ການ​ພົບ​ປະ​ຢູ່​ອາ​ເມ​ລິ​ກາ ​ໃນ​ທ້າຍ​ເດືອນ​ກັນຍາ ນີ້ ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mahammad Javad Zarif ​ແລະ ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ - ການພົວພັນຕ່າງປະ​ເທດ​ຂອງ​ສະຫະພາບ​​ເອີ​ລົບ (EU) ທ່ານ​ນາງ Catherine Ashton ​ໃນ​ຄວາມ​ມານະ​ພະຍາຍາມ​​ເລີ່​ມດຳ​ເນີນບັນດາ​ຮອບ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ພວມ​ໂຕ້ຖຽນກັນຂອງ Tehran.

        ​ໃນ​ຂະນະ​ນັ້ນ, ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ພວມ​ກະຕຸ​ກຊຸກຍູ້​ອີຣານ ມີ​ການ​ຮ່ວມ​ມື​ທີ່​ຈຳ​ເປັນ ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ສົງ​ໄສ​ວ່າ ປະ​ເທດ​ນີ້​ພວມ​ຊອກ​ຫາ​ຄວາມ​ສາມາດ​ດ້ານອາວຸດ​ເຄມີ. ນອກຈາກ​ນັ້ນ, ຮອບ​ເຈລະຈາຄັ້ງ​ໃໝ່​ລະຫວ່າງ​ອີຣານ ​ແລະ IAEA ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່ ວຽນ, ປະ​ເທດ​ໂອ​ຕາ​ລິດ ​ໃນ​ວັນ​ທີ 27 ກັນຍາ ຈະ​ມາ​ເຖິງ ​ແລະ ນີ້​ແມ່ນ​ຮອບ​ເຈລະຈາ​ທຳ​ອິດ ນັບ​ແຕ່​ທ່ານ Rowhani ຮັບ​ດຳລົງ​ຕຳ​ແໜ່ງປະທານາທິບ​ໍດີ.

ຂ່າວ/ບົດ​ອື່ນ