ອີຣານ ສືບຕໍ່ຍົກອອກເງື່ອນໄຂເພື່ອປະຕິບັດ JCPOA ຢ່າງຄົບຖ້ວນ
(VOVWORLD) - ກຸ່ມ E3 (ເຊິ່ງລວມມີ: ຝລັ່ງ, ອັງກິດ ແລະ ເຢຍລະມັນ) ບໍ່ສາມາດລໍຄອຍ ອີຣານ ປະຕິບັດຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ, ເຊິ່ງໄດ້ເອີ້ນວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA)
ທ່ານ Mohammad Eslami, ປະທານອົງການພະລັງງານປະລະມານູ ອີຣານ (AEOI)
(ພາບ: IRNA/TTXVN)
|
ທ່ານ Mohammad Eslami, ປະທານອົງການພະລັງງານປະລະມານູ ອີຣານ (AEOI) ໃຫ້ຮູ້ວ່າ: ອີຣານ ຈະບໍ່ປະຕິບັດຂໍ້ຕົກລົງນິວເຄຼຍປີ 2015 (ເຊິ່ງຂຽນຫຍໍ້ວ່າ JCPOA) ຢ່າງຄົບຖ້ວນ, ຖ້າຫາກບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ ສຳລັບ ເຕເຮຣານ ບໍ່ໄດ້ຍົກເລີກຢ່າງສົມບູນ ແລະ ບັນດາຝ່າຍອື່ນໆກໍ່ບໍ່ເຄົາລົບພັນທະຂອງເຂົາຕາມຂໍ້ຕົກລົງນີ້.
ວັນທີ 13 ກັນຍາ, ກ່າວຄຳເຫັນຢູ່ນອກກອງປະຊຸມຂອງຄະນະລັດຖະບານ ຢູ່ ເຕເຮຣານ, ທ່ານ Mohammad Eslami ກໍ່ເຕື້ອງເຖິງບັນດາການເຄື່ອນໄຫວນິວເຄຼຍ ຂອງ ອີຣານ ແລະ ການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA). ທ່ານໃຫ້ຮູ້ວ່າ: ກຸ່ມ E3 (ເຊິ່ງລວມມີ: ຝລັ່ງ, ອັງກິດ ແລະ ເຢຍລະມັນ) ບໍ່ສາມາດລໍຄອຍ ອີຣານ ປະຕິບັດຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ, ເຊິ່ງໄດ້ເອີ້ນວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA), ຍ້ອນບໍ່ມີປະເທດໃດໃນຈຳນວນນີ້ປະຕິບັດພັນທະຕາມ JCPOA. ຜູ້ນຳໜ້າອົງການ AEOI ໄດ້ໃສ່ໃຈວ່າ ບັນດາມາດຕະການນິວເຄຼຍຂອງ ອີຣານ ພວມໄດ້ຮັບການປະຕິບັດໂດຍອີງໃສ່ກົດໝາຍໂດຍສະພາແຫ່ງຊາດ ອີຣານ ຮັບຮອງເອົາໃນປີ 2020 ເພື່ອແນໃສ່ຕ້ານຄືນກັບບັນດາຄຳສັ່ງລົງໂທດຂອງ ອາເມລິກາ. ອີຣານ ຈະສືບຕໍ່ທ່າອ່ຽງນີ້ ຈົນກ່ວາຈະຮອດເວລາໃດທີ່ບັນດາຄຳສັ່ງລົງໂທດນີ້ໄດ້ຍົກເລີກຢ່າງສົມບູນ.