ອີຣານ ຮຽກຕົວອຸປະທູດຊົ່ວຄາວຂອງປະເທດສະວິດເພື່ອຄັດຄ້ານອາເມລິກາ

(VOVWORLD) -ປະເທດສ.ອິດສະລາມອີຣານ ໄດ້ສະແດງການຄັດຄ້ານຢ່າງແຮງຕໍ່ບັນດາຄຳກ່າວປາໄສກະຫາຍສົງຄາມຂອງບັນດາເຈົ້າໜ້າທີ່ອາເມລິກາ
ອີຣານ ຮຽກຕົວອຸປະທູດຊົ່ວຄາວຂອງປະເທດສະວິດເພື່ອຄັດຄ້ານອາເມລິກາ - ảnh 1 (ພາບປະກອບ: AP/TTXVN)

ກະຊວງການຕ່າງປະເທດອີຣານ ໄດ້ຮຽກຕົວອຸປະທູດຊົ່ວຄາວຂອງປະເທດສະວິດ ປະຈຳປະເທດນີ້ມາສຳນັກງານກະຊວງ ເພື່ອສະແດງການຄັດຄ້ານ “ຄວາມກະຫາຍສົງຄາມ” ຂອງອາເມລິກາ ຢູ່ປະເທດບ້ານໃກ້ເຮືອນຄຽງອີຣັກ. ປະຈຸບັນ, ສະວິດ ແມ່ນປະເທດຕາງໜ້າໃຫ້ບັນດາສິດຜົນປະໂຫຍດຂອງອາເມລິກາ ຢູ່ອີຣານ.

          ໃນແຈ້ງການວັນທີ 01 ມັງກອນ, ກະຊວງດັ່ງກ່າວໃຫ້ຮູ້ວ່າ: ປະເທດສ.ອິດສະລາມອີຣານ ໄດ້ສະແດງການຄັດຄ້ານຢ່າງແຮງຕໍ່ບັນດາຄຳກ່າວປາໄສກະຫາຍສົງຄາມຂອງບັນດາເຈົ້າໜ້າທີ່ອາເມລິກາ, ບັນດາຄຳກ່າວປາໄສດັ່ງກ່າວໄດ້ລະເມີດກົດບັດຂອງສະຫະປະຊາຊາດ.

          ກະຊວງການຕ່າງປະເທດອີຣານ ໄດ້ສະເໜີໃຫ້ອຸປະທູດຊົ່ວຄາວຂອງປະເທດ ສະວິດ ແຈ້ງໃຫ້ຝ່າຍອາເມລິກາ ຮັບຊາບວ່າ “ອີຣານ ແມ່ນປະເທດເອກະລາດ”. ຕາມກະຊວງດັ່ງກ່າວແລ້ວ, ພົນທະຫານອາເມລິກາ ໄດ້ເຂັ່ນຂ້າຊາວໜຸ່ມ ອີຮັກ ຢ່າງໜ້ອຍສຸດ 25 ຄົນ ແລະ ເຮັດໃຫ້ສາມັນຊົນອີຣັກ ຫຼາຍຄົນໄດ້ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ