ອວຍພອນປີສາມັກຄີມິດຕະພາບຫວຽດນາມ-ລາວ

(VOVWORLD) - ວັນທີ 14 ກໍລະກົດ, ໃນບັນຍາກາດທີ່ເບີກບານມ່ວນຊື່ນ ເມື່ອ 2 ປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ແລະ ຄະນະພະນັກງານກະຊວງການຕ່າງປະເທດຫວຽດນາມ ໄດ້ໄປສະຖານທູດລາວ ປະຈຳຫວຽດນາມ ອວຍພອນທ່ານເອກອັກຄະລັດຖະທູດ ທອງສະວັນ ພົບວິຫານ, ພ້ອມກັບບັນດາພະນັກງານ, ພາລະກອນຂອງສະຖານທູດ.
ອວຍພອນປີສາມັກຄີມິດຕະພາບຫວຽດນາມ-ລາວ - ảnh 1 (ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ອວຍພອນທ່ານເອກອັກຄະລັດຖະທູດ ທອງສະວັນ ພົບວິຫານ, ພ້ອມກັບບັນດາພະນັກງານ, ພາລະກອນຂອງສະຖານທູດ)

ທີ່ການພົບປະ, ທ່ານຮອງລັດຖະມົນຕີຕ່າງປະເທດ ບຸ່ຍແທງເຊີນ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງປີ 2017 - ປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ; 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05/09/1962 – 05/09/2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ ແລະ ຖືວ່າ ເລື່ອງ 2 ປະເທດຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງບັນດາເຫດການດັ່ງກ່າວແມ່ນມີຄວາມໝາຍສຳຄັນຍິ່ງ ໃນການຊຸກຍູ້ການໂຄສະນາ, ສຶກສາມູນເຊື້ອກ່ຽວກັບສາຍພົວພັນແບບພິເສດຫວຽດນາມ - ລາວ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາມໃດກໍນັບຖື, ພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ ແລະ ພັດທະນາສາຍພົວພັນແບບພິເສດລະຫວ່າງລາວ ແລະ ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ